ງານລາຕີສະເຫຼີມສະຫຼອງ105ປີແຫ່ງວັນປະທານໂຮ່ຈີມິນອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ

ງານລາຕີສະເຫຼີມສະຫຼອງ105ປີແຫ່ງວັນປະທານໂຮ່ຈີມິນອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ - ảnh 1
ງານລາຕີຈັດຂຶ້ນໃນຕອນຄຳ່ວັນທີ 5/6

(vovworld) –  ຄຳ່​ຄືນ​ວັນ​ທີ​ 5/6, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະດ້ວຍ​ຫົວ​ຂໍ້​ວ່າ “ຊື່ປະທານ ​ໂຮ່ຈີ​ມິນ ​ຮູ່ງ​​ແຈ້ງໃສ​ຕະຫລອດ​ໄປ” ​ເພື່ອ​ສະ​ເຫຼີ​ມສະຫຼອງ 105 ປີ​ແຫ່ງ​ວັນ​ປະທານ ​ໂຮ່ຈີ​ມິນ ອອກ​ຈາກ​ປະ​ເທດ​ໄປ​ຊອກຫາ​ເສັ້ນທາງ​ກູ​້ຊາດ​ທີ່ ຫໍພິພິດທະພັນ ​ໂຮ່ຈີ​ມິນ. ລາຍການ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ດ້ວຍບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ເລົ່າຄືນ​ຕະຫຼອດ​ໄລຍະ​ນັບ​ແຕ່​ເວລາ​ທີ່ເພິ່ນຍັງ​ເປັນ​ຊາວ​ໜຸ່ມ​ຜູ້ຮັກ​ຊາ​ດ ຫງວຽນ​ເຕີ​ດ​​ແທ່ງ ລົງ​ກຳ່​ປັ່ນ Amiral Latouche Treville ຈາກ​ທ່າ​ກ​ຳ່ປັ່ນ ​ໄຊ​ງ່ອນ ອອກ​ໄປ​ຕ່າງປະ​ເທດ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ ຮອດ​ວັນ​ປະ​ເທດ​ຊາດ​ໄດ້​​ທ້ອນໂຮມ​​ເປັນ​ເອກະ​ພາບ​ຢ່າງ​ສົມບູນ, ທົ່ວ​ປະ​ເທດ​​ເລີ່​ມກ້າວ​ເຂົ້າ​ສູ່​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ ຫວຽດນາມ ສັງຄົມ​ນິຍົມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ສຶກສາ​ໃຫ້​ລຸ້ນໜຸ່ມ​ຂອງ​ນະຄອນ​ກ່ຽວ​ກັບຄຸນງາມຄວາມດີ​ອັນ​​ໃຫຍ່​ຫຼວງ​ຂອງ​ປະທານ ​ໂຮ່ຈີ​ມິນ ຕໍ່​ພາລະກິດ​ຕໍ່ສູ້​ປົດປ່ອຍ​ຊາດ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ.


ຂ່າວ/ບົດ​ອື່ນ