ງານວາງສະແດງ ກ່ຽວກັບອະທິປະໄຕ ຊາຍແດນ - ໝູ່ເກາະທະເລ ຫວຽດນາມ

ງານວາງສະແດງ ກ່ຽວກັບອະທິປະໄຕ ຊາຍແດນ - ໝູ່ເກາະທະເລ ຫວຽດນາມ  - ảnh 1
ຮູບ​ພາບ​ກ່ຽວ​ກັບ​ທະຫານ​ເຮືອ​ຫວຽດນາມ​ພວມ​ລາ​ດຕະ​ເວນປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດໝູ່​ເກາະ​ທະ​ເລ​ຫວຽດນາມ​​ຖືກ​ນຳ​ມາ​ວາງສະ​ແດງ


Vovworld-  “ ຊາຍ​ແດນ-ໝູ່​ເກາະ​ທະ​ເລ​ຫວຽດນາມ ” ນີ້​ແມ່ນ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງ​ທີ່​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/11 ຢູ່​​ແຂວງ​ເທືອ່ທຽນ​ເຫວ. ງານ​ວາງສະ​ແດງຈະດຳເນີນແຕ່ວັນທີ 25 ຫາ 30/11, ຊຶ່ງສຸມໃສ່ 5 ຫົວເລື່ອງຕົ້ນຕໍຄື ອະທິປະໄຕເຂດ ໝູ່​ເກາະ​ທະ​ເລ​ຫວຽດນາມ; ເພື່ອ ອະທິປະໄຕຄວາມສະຫງົບ ເຂດຊາຍແດນແຫ່ງຊາດ; ​ເທືອ່ທຽນ​ເຫວດ້ວຍ ໜ້າທີ່ປົກປັກຮັກສາອະທິປະ​ໄຕ​ເຂດໝູ່​ເກາະ​ທະ​ເລ, ຊາຍ​ແດນ​ຂອງ​ບ້ານ​ເກີດ​ເມືອງ​ນອນ; ຊາຍ​ແດນ-ໝູ່​ເກາະ​ທະ​ເລ ​ແລະ ນັກຮົບ; ຮ່ວາງ​ຊາ, ​ເຈືອງຊາ​ແມ່ນ​ຂອງ​ຫວຽດນາມ. ບັນດາ​ເອກະສານ​ວັດຖຸ​ພັນທີ່​ນຳ​ມາວາງສະ​ແດງ​ລວມມີ ​ແຜນ​ທີ່​ເກົ່າ​​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຊິງ​ຂອງ​ຈີນ​ກ່ອນ​ນີ້ 100 ປີ ​ໂດຍ​ແຕ້ມຕອນ​ໃຕ້​ສຸດ​ຂອງ​ປະ​ເທດ​ຈີນ​ແມ່ນ​ເກາະ​ໄຮ່​ໜຳ, ບໍ່​ມີໝູ່​ເກາະ ຮ່ວາງ​ຊາ, ​ເຈືອງຊາ​​ຂອງ​ຫວຽດນາມ; ​ແຜນ​ທີ່​ໃນ​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ​ຂອງ​ຫວຽດນາມ ​ແລະ ອື່ນໆ ​ໄດ້​ເປັນ​ການ​ປະກອບສ່ວນ​ຢັ້ງຢືນ​ອະທິປະ​ໄຕໝູ່​ເກາະຮ່ວາງ​ຊາ, ​ເຈືອງຊາ​​ແມ່ນ​ຂອງ​ຫວຽດນາມ. ທ່ານ ຟານ​ຕ້ຽນຢຸ້ງ ຫົວໜ້າພະ​ແນ​ກວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ​ເທືອ່ທຽນ​ເຫວ ​ໃຫ້​ຮູ້​ວ່າ :

         “ ງານ​ວາງສະ​ແດງຄັ້ງ​ນີ້​ໄດ້​ສະໜອງ​ຂໍ້​ມູນ​ຂ່າວສານ​ທີ່​ຈຳ​ເປັນ​ໃຫ້​ແກ່​ພະນັກງານ ​ແລະ ປະຊາຊົນ​ໃນ​ແຂວງ ສາມາດ​ເຂົ້າ​ໃຈ​ໄດ້​ເຖິງ​ ໜ້າທີ່ ປົກປັກຮັກສາອະທິປະ​ໄຕ​ເຂດໝູ່​ເກາະ​ທະ​ເລຫວຽດນາມ. ພວກ​ຂ້າພະ​ເຈົ້າ​ໄດ້​ເກັບ​ກຳ ​ແລ​ະ ​ໄດ້​ນຳ​ມາ​ວາງສະ​ແດງ​ພາບ, ​ເອກະສານ 400 ຢ່າງ​ພ້ອມ​ກັບ​ບັນດາ​ເອກະ​ສານຮູບ​ພາບວັດຖຸ​ພັນ​ຊຶ່ງ​ກະຊວງ​ວັດທະນະທຳ ​ແລະ ​ເຫຼົ່າ​ທັບ​ເຮືອ​ໄດ້​ສະໜອງ ”

 

ຂ່າວ/ບົດ​ອື່ນ