ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”

ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ” - ảnh 1
ການປະຊຸມຂ່າວກ່ຽວກັບງານ​ວາງສະ​ແດງ​
(ພາບ: dantri.com.vn)

(vovworld)- ​ໃນ​ລະຫວ່າງ​ວັນ​ທີ 26-31/3, ຢູ່​ນະຄອນ ​ເກີນ​ເທີ, ກະຊວງ​ຖະ​ແຫຼ​ງຂ່າວ-​ສື່ສານ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເກີນ​ເທີ ຈັດ​ຕັ້ງ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ-​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ນິຕິ​ກຳ”. ນີ້​ແມ່ນ​ງານ​ວາງສະ​ແດງ​ຄັ້ງ​ທີ 22 ​ໂດຍ​ກະຊວງ​ຖະແຫຼ​ງຂ່າວ-​ສື່​ວານ ສົມທົບ​ກັບ​ບັນດາ​ອົງການ ​ແລະ ທ້ອງ​ຖິ່ນ​ຈັດ​ຕັ້ງ​ໃນ​ບໍລິ​ເວນ​ທົ່ວ​ປະ​ເທດ. ພາຍຫຼັງ​ງານ​ວາງສະ​ແດງ​ແຕ່​ລະ​ຄັ້ງ, ຄະນະ​ຈັດ​ຕັ້ງ​ພະຍາຍາມ​ເພີ່ມ​ເຕີມ, ​ເພີ່ມ​ບັນດາ​ເອກະສານ, ວັດຖຸ​​ພັນ​ຕື່ມ​ອີກ ​ເພື່ອ​ວາງສະ​ແດງ, ​ແນະນຳ​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້. ດ້ວຍ​​ແຜນ​ທີ່​ເກືອບ 100 ຊຸດ ​ແລະ ບັນດາ​ເອກະສານ, ວັດຖຸພັນ, ສິ່ງ​ພິມ​ຫຼາຍ​ຢ່າງ​ທີ່ວາງສະ​ແດງຢູ່​ທີ່​ນີ້ ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລ​ະ ພື້ນຖານ​ນິຕິ​ກຳ​​ພິສູດອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ 2 ​ເຂດໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ໃນ​​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ເອກະສານ​ໃຫ້​​ເຫັນ​ວ່າ: ບັນດາ​ລັດ ຫວຽດນາມ ​ແຕ່​ສະ​ໄໝ​ສັກ​ດີ​ນາມາ​ຮອດ​ໄລຍະ​ປະຈຸ​ບັນ​ໄດ້​ຂຸດ​ຄົ້ນ, ສ້າງ​ຕັ້ງ,​ ປະຕິບັດ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​​ແຫ່ງ​ຊາດ​ສຳລັບ 2 ​​ໝູ່​ເກາະ​ຮ່ວາ​ງຊາ ​ແລະ ​ເຈື່ອງ​ຊາ ​ແລະ ​ເຂດ​​ທະ​ເລ​ໝູ່​ເກາະ​ອື່ນໆ​ທີ່​ຂຶ້ນ​ກັບ​ຜືນ​ແຜ່ນດິນ ຫວຽດນາມ. ນັ້ນ​ແມ່ນ​ວິວັດ​ການທີ່ຕໍ່​ເນື່ອງ, ຍາວ​ນານ,​ ດຳ​ເນີນ​ໃນ​ສັນຕິພາບ, ​ໄດ້​ຮັບ​ຮູ້​ຜ່ານ​ຫຼາຍ​ແຫຼ່ງ​ເອກະສານ​ປະຫວັດສາດ​ຂອງ ຫວຽດນາມ ​ແລະ ປະ​ເທດຕ່າງໆ, ພິ​ເສດ​ແມ່ນ​ບັນດາ​ເອກະສານ, ​ທີ່​ໄດ້​ຈຳໜ່າຍ​ແຕ່​ສະຕະວັດ 16 ມາ​ຮອດ​ປະຈຸ​ບັນ​ຢູ່ ຫວຽດນາມ ​ແລະ ຫຼາຍ​ປະ​ເທດ​ໃນ​ໂລກ.

ຂ່າວ/ບົດ​ອື່ນ