ງານວາງສະແດງພາບຖ່າຍກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວແລະກະຊວງຕຳຫຼວດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 29 ສິງຫາ, ຢູ່ຫໍພິພິທະພັນກະຊວງປ້ອງກັນຄວາມສະຫງົບລາວ ຢູ່ນະຄອນຫຼວງວຽງຈັນ ໄດ້ໄຂງານວາງສະແດງກ່ຽວກັບການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ.

ງານວາງສະແດງພາບຖ່າຍກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວແລະກະຊວງຕຳຫຼວດຫວຽດນາມ - ảnh 1 ງານວາງສະແດງພາບຖ່າຍກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ

ແລະກະຊວງຕຳຫຼວດຫວຽດນາມ

(ພາບ: nhandan.com.vn)

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 40 ແຫ່ງວັນ 2 ປະເທດເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ 55 ປີແຫ່ງວັນ 2 ປະເທດສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017). ພັນເອກ ມາລາ ວິລະຈິດ, ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດຄວາມສະຫງົບລາວ, ໃຫ້ຮູ້ວ່າ: ຜ່ານບັນດາພາບຖ່າຍ, ກະຊວງປ້ອງກັນຄວາມສະຫງົບລາວ ປາດຖະໜາວ່າ ງານວາງສະແດງຈະຊ່ວຍໃຫ້ປະຊາຊົນລາວ ແລະ ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດຢູ່ລາວ ມີຄວາມເຂົ້າໃຈກວ່າກ່ຽວກັບນ້ຳໃຈສາມັກຄີແບບພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ, ກຳລັງປ້ອງກັນຄວາມສະຫງົບລາວ ແລະ ກຳລັງຕຳຫຼວດຫວຽດນາມ. ງານວາງສະແດງໄດ້ ວາງສະແດງພາບຖ່າຍ 93 ແຜ່ນ, ຕາມ 6 ຫົວຂໍ້ ທີ່ສ່ອງແສງເຖິງນ້ຳໃຈມິດຕະພາບຢ່າງມີຊີວິດຊີວາ ແລະ ການຮ່ວມມືລະຫວ່າງ 2 ປະເທດລາວ - ຫວຽດນາມ; ກ່ຽວກັບການຮ່ວມມືລະຫວ່າງ 2 ພັກ, 2 ລັດ; ກ່ຽວກັບການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ… ງານວາງສະແດງຖືກດຳເນີນຮອດວັນທີ 11 ກັນຍາຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ