ງານວາງສະແດງພາບຖ່າຍບັນດາມໍລະດົກໂລກຂອງອາຊຽນຢູ່ຮ່າໂນ້ຍ

ງານວາງສະແດງພາບຖ່າຍບັນດາມໍລະດົກໂລກຂອງອາຊຽນຢູ່ຮ່າໂນ້ຍ - ảnh 1
ງານວາງສະແດງພາບຖ່າຍບັນດາມໍລະດົກໂລກຂອງອາຊຽນຢູ່ຮ່າໂນ້ຍ
(ພາບ: nhandan)


(vovworld) – ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ບັນ​ດາ​ມໍ​ລ​ະ​ດົກ​ໂລກ​ຂອງ​ອາ​ຊຽນ​ຢູ່​ຮ່າ​ໂນ້ຍ, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 19/11, ຢູ່​ພະ​ລາ​ຊະ​ວັງ ທັງ​ລອງ ຮ່າ​ໂນ້ຍ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​​ພາບ​ຖ່າຍ​​ທີ່​ສວຍງາມ 33 ແຜ່ນ​ກ່ຽວ​ກັບ​ມໍ​ລະ​ດົກ​​ຂອງ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ, ​ເ​ຊິ່ງ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ພາບ​ຖ່າຍ 161 ​ແຜ່ນ​ທີ່​ເຂົ້າ​ຮ່ວມ​ການ​ເສັງ “ຄົ້ນ​ຫາ​ບັນ​ດາ​ມໍ​ລະ​ດົກ​ໂລກ​ຢູ່​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ” ໂດຍກອງ​ທຶນ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ສົ​ມ​ທົບ​ກັບ​ກອງ​ທຶນ​ອຸ​ປະ​ຖ​ຳ ແລະ ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຫວຽດ​ນາມ ​ຈັດ​ຕັ້ງ​ໃນ​ເດືອນ 08 ຜ່ານ​ມາ. ທີ່​ງານ​ວາງ​ສະ​ແດງ, ຜູ້​ຊົນ​ສາ​ມາດ​ເຫັນ​​ໄດ້​​ບັນ​ດາ​ມ​ໍ​ລະ​ດົກ​ໂລກ​ຜ່ານ​ພາບ​ຖ່າຍ​ຄື: ວັນ​ມ໋ຽວກ໋ວກ​ຕື​ຢ໋າມ ຂອງ​ຫວຽດ​ນາມ, ນະ​ຄອນ ອາ​ຢຸດ​ໄທ​ຢາ ຂອງ​ໄທ… ນອກ​ຈາກນັ້ນ, ຄະ​ນະ​ຈັດ​ຕ​ັ້ງ​ຍັງ​ຈັດວາງປື້ມ, ພາບ​ຖ່າຍ, ວີ​ດີ​ໂອ​… ​ຊ່ວຍ​ໃຫ້​ຜູ້​ຊົມ​ສຳ​ພັດ​ກັບຂໍ້​ມູນ​​ຫຼາຍຢ່າງ. ເອື້ອຍ ຫງວຽນ​ທິ​ກິມ​ແທງ, ຢູ່​ນະ​ຄອນ​ບັກ​ຢາງ ໃຫ​້​ຮູ້​ວ່າ.

      “ມາ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ​ແຕ່​ລະ​ປະ​ເທດ​ມີ​ຈຸດ​ທີ່​ເປັ​ນ​ເອ​ກະ​ລັກ​ສະ​ເພາະ. ຜ່ານ​ພາບ​ຖ່າຍ​ເຮັດ​ໃຫ້​ຜູ້​ຊົມ​ຮູ້​ສຶກ​ຢາກ​ຊອກ​ຮູ້, ຄົ້ນ​ຫາ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນ​ັ້ນ​ຂອງ​ແຕ່​ລະ​ເຂດ​ພາກ, ​ແຕ່​ລະ​ປະ​ເທ​ດ​. ຜ່ານ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ຂ້າ​ພ​ະ​ເຈົ້າ​ຮູ້​ສຶກ​ໄດ້​ບັນ​ດາ​ຮູບພາບທີ່​ສວຍ​ງາ​ມ​ຂອງ​ມໍ​ລະ​ດົກ​ໂລກ, ກ​ໍ​ຄືພື້ນ​ຖານ​ອະ​ລິ​ຍະ​ທຳ​ຂອງປະ​ເທດ​ຕ່າງໆ”

      ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ບັນ​ດາ​ມໍ​ລ​ະ​ດົກ​ໂລກ​ຂອງ​ອາ​ຊຽນ​ຢູ່​ຮ່າ​ໂນ້ຍ ຈະ​ອັດ​ລົງ​ໃນ​ວັນ​ທີ 25/11.

ຂ່າວ/ບົດ​ອື່ນ