ງານວາງສະແດງ“ມໍລະດົກວັດທະນະທຳ“Hán- Nôm”

ງານວາງສະແດງ“ມໍລະດົກວັດທະນະທຳ“Hán- Nôm” - ảnh 1
 ພາບປະກອບ:internet

(vovworld)- ​ໃນ​ໂອກາດ​ບຸນປີ​ໃຫມ່​ປີ​ມະ​ເມຍ 2014, ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງຫງາຍ ​ໄດ້​ວາງສະ​ແດງ“ມໍລະດົກ​ວັດທະນະທຳ “Hán - Nôm” ດ້ວຍ​ວັດຖຸ​ພັນ, ​ແຜນ​ທີ່, ​ເອກະສານ, ຮູບ​ພາບ…. ​ເກືອບ 150 ຢ່າງ ທີ່​ຕິດ​ພັນ​ກັບ​ວິວັດ​ການຂະ​ຫຍາ​ຍ​​ເຂດ​ດິນ​ແດນ ກວ໋າງຫງາຍ. ງານ​ວາງສະ​ແດງ​ຍັງ​ແນະນຳ​ໃຫ້​ຜູ້​ຊົມ​ບັນດາ​ເອກະສານ Hán - Nôm ອັນ​ລຳ້​ຄ່າ ​ໃນ​ສະ​ໄຫມ​ລາຊະວົງ ຫງວຽນ ກ່ຽວ​ກັບ​ວິວັດ​ການ​ຮັບ​ຮູ້ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່ ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ນັບ​ແຕ່​ຕົ້ນ​ສັດຕະວັດ​ທີ 17 ຮອດ​ລະຫວ່າງ​ທ້າຍ​ສັດຕະວັດ​ທີ 19, ​ໃນ​ນັ້ນ ມີ​ບັນດາ​ເອກະສານ​ອັນ​ລຳ້​ຄ່າ.. ດຣ ຫງວຽນ​ດັງ​ຫວູ, ຫົວຫນ້າ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ແຂວງ ກວ໋າງຫງາຍ ​ໃຫ້​ຮູ້​ວ່າ: ນອກຈາກ​ຄຳ​ສັ່ງ​ອັນ​ລຳ້​ຄ່າ​ກ່ຽວ​ກັບ ​ເກາະ​ຮ່ວາງ​ຊາ ​ໂດ​ບວົງ​ຕະກຸນ ດັ້ງ ມອບ​ໃຫ້, ພະ​ແນ​ກວັດທະນະທຳ ກິລາ ​ແລ ະທ່ອງ​ທ່ຽວ ສືບ​ຕໍ່​ແນະນຳ​ເອກະສານ​ໃຫມ່​ຫລາຍ​ສະບັບ​ທີ່​ກ່ຽວຂ້ອງ​ເຖິງ​ອະທິປະ​​ໄຕທະ​ເລ ​ແລະ ໝູ່​​ເກາະ​ອີກ​ດ້ວຍ.

 

ຂ່າວ/ບົດ​ອື່ນ