ງານວາງສະແດງສາກົນ VIBA SHOW 2018

(VOVWORLD) - ສິ່ງດັ່ງກວ່າເປັນການໝັ້ນໝາຍວ່າ ງານວາງສະແດງ VIBA SHOW 2018 ຈະມີຄວາມດຶງດູດກວ່າທຸກປີ.
ງານວາງສະແດງສາກົນ VIBA SHOW 2018 - ảnh 1ພາບປະກອບ

ງານວາງສະແດງສາກົນກ່ຽວກັບການກະຈາຍສຽງ-ໂທລະພາບ ແລະ ອຸປະກອນຈາຍສຽງ-ໂທລະພາບ (VIBA SHOW 2018) ຈະຈັດຂຶ້ນຢູ່ສູນວາງສະແດງສາກົນ ICE ຮ່າໂນ້ຍ ແຕ່ວັນທີ 05-07 ເມສາ 2018. ນີ້ແມ່ນຄັ້ງທຳອິດທີ່ ກົມກະຈາຍສຽງ-ໂທລະພາບ ແລະ ສື່ສານເອເລັກໂຕນິກ ຈັດຕັ້ງງານວາງສະແດງ VIBA SHOW 2018 ເພື່ອແນະນຳເຖິງບັນດາຫົວໜ່ວຍຕ່າງປະເທດທີ່ມີຄວາມຕ້ອງການພົບປະ, ຮ່ວມມືກັບຕົວແທນຂອງບັນດາອົງການລັດຖະບານ ຫວຽດນາມ. ສິ່ງດັ່ງກວ່າເປັນການໝັ້ນໝາຍວ່າ ງານວາງສະແດງ VIBA SHOW 2018 ຈະມີຄວາມດຶງດູດກວ່າທຸກປີ.

        ແຂກທ່ຽວຊົມຈະມີກາລະໂອກາດໄດ້ເຫັນປະຈັກຕາ ແລະ ສຳພັດກັບບັນດາອຸປະກອນ ແລະ ເຕັກໂນໂລຊີຕາມທ່າອ່ຽງໃໝ່ ແລະ ທັນສະໄໝທີ່ສຸດ ລວມມີ: ແຜນຮ່າງຫັນເປັນດີຈີຕອນ; flycam, ການບໍລິການ ແລະ ເນື້ອໃນກະຈາຍສຽງ, ໂທລະພາບຈາກບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດ. ງານວາງສະແດງ VIBA SHOW 2018 ຄາດຄະເນຈະດຶງດູດແຂກທ່ອງທ່ຽວກວ່າ 20.000 ຄົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ