ງານວາງສະແດງສາກົນຂະແຫນງການແພດການຢາຫວຽດນາມຄັ້ງທີ22ຈະດຳເນີນໄປຢູ່ຮ່າໂນ້ຍແຕ່ວັນທີ13-16/5

ງານວາງສະແດງສາກົນຂະແຫນງການແພດການຢາຫວຽດນາມຄັ້ງທີ22ຈະດຳເນີນໄປຢູ່ຮ່າໂນ້ຍແຕ່ວັນທີ13-16/5 - ảnh 1
ພາບ​ປະ​ກອບ:http://healthplus.vn

(vovworld)- ງານວາງ​ສະ​ແດງ​ສາ​ກົນ​ຂະ​ແຫນງ​ການ​ຢາ​ການ​ແພດ​ຫວຽດ​ນາມ​ຄັ້ງ​ທີ 22 –VIETNAM MEDIPHARM 2015 ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 13-16/5 ຢູ່ ຮ່​າ​ໂນ້ຍ ໂດຍ​ບໍ​ລິ​ສັດ​ຫຸ້ນ​ສ່ວນຂາ​ເຂົ້າ​ຂາ​ອອກ​ການ​ແພດ​ຫວຽດ​ນາມ ສົມ​ທົບ​ກັບ​ບໍ​ລິ​ສັດ ​ຫ​ຸ້ນ​ສ່ວນ​ງານ​ຕະ​ຫລາດ​ນັດວາງ​ສະ​ແດງ ແລະ ໂຄ​ສະ​ນາ​ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ. ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ມີ​ຮ້ານ​ວາງ ​ສະ​ແດງ ​450 ຮ້ານ ຂອງ 350 ອົງ​ການ, ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ພາຍ​ໃນ ແລະ ຕ່າ​ງ​ປະ​ເທດ​ທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ການ​ຢາ, ບໍ​ລິ​ການ​ການ​ແພດ ແລະ ອຸ​ປະ​ກອນ​ການ​ແພດ ມາ​ຈາກ​ຫລາຍ​ປະ​ເທດ ແລະ ເຂດ​ແຄ​້ວນ. ບັນ​ດາ​ປະ​ເພດ​ສິນ​ຄ້າ​ນຳ​ມາ​ວາງ​ສະ​ແດງ​ໃນ​ງານ​ວາງ​ສະ​ແດງ​ຄັ້ງນີ້ ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ, ຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ກ້າວ​ຫນ້າ​ໃນ​ໂລກ ແລະ ຂອງ​ຫວຽດ​ນາມ. ໃນ​ຂອ​ບ​ເຂດ​ງານ​ວາງ​ສະ​ແດງ ຍັງ​ດຳ​ເນີນ​ງານ​ວາງ​ສະ​ແດງ​ໂຮງ​ໝໍ​ສາ​ກົນ ຫວຽດ​ນາມ ຄັ້ງ​ທີ 8, ງານ​ວາງ​ສະ​ແດງ​ສາ​ກົນ​ສະ​ເພາະ​ຂ​ະ​ແຫນງປົວ​ແຂ້ວ​ຫວຽດ​ນາມ​ຄັ້ງ​ທີ 4 ແລະ​ການ​ເຄື່ອນ​ໄຫວ​ອື່ນໆອີກ.

 

 

 

ຂ່າວ/ບົດ​ອື່ນ