ງານວາງສະແດງຮູບພາບ ກ່ຽວກັບທ່ານພົນເອກ ຫວໍຫງວຽນຢາບກັບ ໄວໜຸ່ມນະຄອນຫຼວງຮ່າໂນ້ຍ

ງານວາງສະແດງຮູບພາບ ກ່ຽວກັບທ່ານພົນເອກ ຫວໍຫງວຽນຢາບກັບ ໄວໜຸ່ມນະຄອນຫຼວງຮ່າໂນ້ຍ - ảnh 1
(ພາບ:vov)

(vovworld)- ງານ​ວາງສະ​ແດງ​ຮູບ​ພາບ ‘’ ​ຫວນ​ຄືນ 5 ປີ​ແຫ່ງຂີດໝາຍການ​ປະຕິບັດ​ວຽກງານ​ສະມາຄົມ​ ​ແລະ ຂະ​ບວນການນັກ​ສຶກສານະຄອນຫຼວງ ‘’  ​ໄດ້​ຈັດ​ຕັ້ງ​ຂຶ້ນ​ທີ່ຮ່າ​ໂນ້ຍ ​ໃນ​ວັນ​ທີ 2-3/11. ​ໃນ​ນັ້ນ, ຈຸດພົ້ນ​ເດັ່ນ​​​ໃນງານ​ວາງສະ​ແດງ​​​ແມ່ນຮູບພາບ100 ກວ່າ​ແຜ່ນ​ດ້ວຍ​ຫົວ​ເລື່ອງ “ ທ່ານພົນ​ເອກຫວໍ​ຫງວຽນ​ຢາ​ບ ກັບ​ໄວ​ໜຸ່ມ​ນະຄອນຫຼວງ“.  ພິ​ເສດ​ແມ່ນຮູບ​ພາບກ່ຽວ​ກັບການ​ພົບ​ປະລະຫວ່າງຊາວ​ໜຸ່ມດີເດັ່ນນະຄອນຫຼວງ 55 ຄົນກັບທ່ານພົນ​ເອກຫວໍ​ຫງວຽນຢາ​ບ ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​​ໄຊຊະນະດຽນບຽນ​ຟູ ຄົບຮອບ 55 ປີ​​. Trần Tuấn Anh, ນັກ​ສຶກສາ​ມະຫາ​ວິທະຍາ​ໄລ​ເປີດຮ່າ​ໂນ້ຍ ​ແບ່ງປັນ​ວ່າ :

    ງານ​​ວາງສະ​ແດງ​ໄດ້​ສະ​ແດງ​ໃຫ້​ເຫັນຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫຼວງຂອງ​ທ່ານ ພົນ​ເອກຫວໍ​ຫງວຽນ​ຢາ​ບ ​ໃນ​ຊຸມ​ປີ​ປະ​ເທດ​ຊາດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ບັນດາ​ຮູບ​ພາບ​ໄດ້​ປຸກລຸກ​ນັກ​ສຶກສາພວກ​ນ້ອງ​​ຕ້ອງ​ພະຍາຍາມ​ກວ່າ​ອີກ ​ເພື່ອ​​ເຮັດ​ໃຫ້ປະ​ເທດ​ຫວຽດນາມ​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງສົມ​ກັບ​ການ​ເສຍສະຫຼະ​ຂອງ​ລຸ້ນກ່ອນ“.

 

ຂ່າວ/ບົດ​ອື່ນ