ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບຮ່ວາງຊາແລະເຈື່ອງຊາຂອງຫວຽດນາມ - ảnh 1
ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ກ່ຽວ​ກັບ​
ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ
ພາບ:baoquangninh.com

(vovworld) – ຕອນ​ເຊົ້າ​ວັນ​ທີ 10/10 ຢູ່ ນະຄອນ ຮ້າ​ລອງ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ​ສື່ສານ ສົມ​ທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງນີງ ​ໄດ້​ຈັດ​ຕັ້ງ​ພິທີ​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ​ເອກະສານ​ກ່ຽວ​ກັບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ- ບັນດາພະຍານ​ຫລັກ​ຖານ​ປະຫວັດສາດ ​ແລະກົດໝາຍ. ບັນດາ​ເອກະສານ​ສະ​ແດງ​ໃຫ້​ເຫັນ​ວ່າ ບັນດາ​ລັດ​ຫວຽດນາມ ຈາກ​ສະ​ໄຫມສັກ​ດີ​ນາຕະ​ຫລອດ​ຮອດ​ໄລຍະ​ສັງຄົມ​ນິຍົມປະຈຸ​ບັນ ​ໄດ້​ຂຸດ​ຄົ້ນ, ຮັບ​ຮູ້ ​ແລະ ປະຕິບັດ​ການ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ແຫ່ງ​ຊາດ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ບັນດາ​ໝູ່​ເກາະ​ອື່ນ​ຂຶ້ນ​ກັບ​ເຂດ​ນຳ້​ແດນ​ດິນ​ຂອງ​ຫວຽດນາມ. ງານ​ວາງສະ​ແດງ​ໄດ້​ແນະນຳ​ບັນດາ​ເອກະສານ,​ສິ່ງ​ພິມ ​ແລະ ​ແຜນ​ທີ່​ເກືອບ 100 ​ແຜ່ນ ​ແມ່ນການ​​ເຕົ້າ​ໂຮມ​ບັນດາ​ແຫ​ລ່ງ​ເອກະສານ​ທີ່​ໄດ້​ຮັບ​ການ​ປະກາດ​ນັບ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນ​ຄວ້າ, ນັກຮຽນ​ຮູ້​ພາຍ​ໃນ ​ແລະ ສາກົນ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ ຢືນຢັນ​ວ່າ:

        “ງານ​ວາງສະ​ແດງ​ຖືກ​ຈັດ​ຂຶ້ນ​ດ້ວຍ​ຈຸດປະສົງ ປະກອບສ່ວນ​ຢືນຢັນ​ຫລັກ​ໝັ້ນ​ເປັນ​ທຳ​ຂອງ​ຫວຽດນາມ, ຍົກ​ສູງ​ຄວາມ​ສາມັກຄີ ​ແລະ ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ກິດ​ຈະ​ກຳ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ​ທະ​ເລ​ໝູ່​ເກາະ.  ງານ​ວາງສະ​ແດງ​ກໍ​ແມ່ນ​ໂອກາດ​ເພື່ອ​ປະກອບສ່ວນ​ສະຫນອງ​ຂໍ້​ມູນ​ຂ່າວສານ ຊ່ວຍ​ໃຫ​້​ເພື່ອນ​ມິດສາ​ກົນ, ​ໃນ​ນັ້ນມີຊາວ ຈີນ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມ​ຈິງປະຫວັດສາດ, ​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ໃນການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​​.”

 

 

 

 

 

ຂ່າວ/ບົດ​ອື່ນ