ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ

ງານວາງສະແດງແຜນທີ່ແລະເອກະສານຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ - ảnh 1
ຜູ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ

(vovworld) - ວັນ​ທີ 5/10, ຢູ່​ສູນ​ວັດ​ທະ​ນະ​ທຳ​ເມືອງ ຕູຍ​ຟອງ, ແຂວງ ບ​ີ່ງ​ທ້ວນ ໄດ້​ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”. ງານ​ວາງ​ສະ​ແດງ​ໄດ້​ນຳ​ມາ​ວາງ​ສະ​ແດງ ແລະ ແນະ​ນຳ​ແຜນ​ທີ່, atlas ເກື​ອບ 100 ແຜ່​ນ​ທີ່​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກ​ແຜນ​ທີ່ 260 ແຜນ​ທີ່​ກ່ຽວ​ຂ້ອງ​ເຖິງ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງຊາ ແລະ ເຈື່ອງ​ຊາ. ບັນ​ດາ​ເອ​ກະ​ສານ​ໄດ້​ຢັ້ງ​ຢືນ​ວິ​ວັດ​ການ​ສ້າງ​ຕັ້ງ, ປະ​ຕິ​ບັດ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ນີ້​ແມ່ນ​ບັນ​ດາ​ພະ​ຍານຫຼັກ​ຖານ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ທີ່​ບໍ່​ອາດ​ປະ​ຕິ​ເສດ​ໄດ້​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແ​ດງ​​ຈະ​ເປີດ​ປະ​ຕູ​ຮອ​ດ​ວັນ​ທີ 8/10/2016 ຈຶ່​ງ​ອັດ​ລົງ.


ຂ່າວ/ບົດ​ອື່ນ