ງານແຂ່ງຂັນກິລາ Olympic London 2012 ຖືກອັດລົງດ້ວຍຄວາມປະທັບໃຈ

ງານແຂ່ງຂັນກິລາ Olympic London 2012 ຖືກອັດລົງດ້ວຍຄວາມປະທັບໃຈ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ​ໃນ​ເວລາ 21 ​ໂມງ 30 ນາ​ທິ (ຕາມ​ເວລາ​ທ້ອງ​ຖີ່​ນ), ພິທີ​ອັດງານ​ແຂ່ງຂັນ​ກິລາ Olympic 2012 ​ໄດ້​ເລີ່​ມຈັດ​ຂຶ້ນ​ດ້ວຍ​ຮູບ​ພາບ​ທຸງຊາດ​ຂອງ 204 ປະ​ເທດ​ບຸກເຂົ້າ​ສະໜາມ​ກິລາ. ອີກ​ເທື່ອ​ໜຶ່ງ, ນັກ​ກິລາ​ນັບ​ພັນ​ຄົນ​ທີ່​ມາ​ຈາກ 204 ປະ​ເທດ ​​ແລະ ​ເຂດ​ແຄ້ວ​ນ​ໄດ້​ມີໜ້າ​ຢູ່​ສະໜາມກິລາ​ທີ່​ມີ​ 80.000 ບ່ອນ​ນັ່ງຢູ່​ນະຄອນຫຼວງ ລອນ​ດອນ ​ເພື່ອ​ເຫັນ​ປະຈັກ​ຕາ​ຈຸດ​ເວລາ​ອັດງານ Olympic 2012, ພ້ອມ​ກັບ​ຜູ້​ຊົ​ມ​ໃນ​ທົ່ວ​ໂລກກ່ວາ 300 ລ້ານ​ຄົນ.

ທ່ານ​ປະທານ​ຄະນະ​ກຳມະການ Olympic ສາກົນ Jacques Rogge ກ່າວ​ຄຳ​ເຫັນ​ຢັ້ງຢືນ​ວ່າ: “ປະຫວັດສາດ​ໄດ້​ສ້າງ​ຂຶ້ນ​ຍ້ອນ​ບັນດາ​ນັກ​ກິລາ​ໃນ​ທົ່ວ​ໂລກ”, ​ເຊິ່ງ​ແມ່ນ​ຄວາມ​ສຳນຶກ​​ໃໝ່​​ແທນ​ໃຫ້ຄຳ​ປະ​ໂຫຍ​ກ “ຜົນ​ສຳ​ເລັດ​ຍິ່ງ​ກ່ວາ​ເວລາ​ໝົດ” ​ເຊິ່ງກ່ອນ​ນີ້, ທ່ານ​ປະທານ Juan Antonio Samaranch ​ນິຍົມຊົມ​ຊອບ. Olympic London ​ໄດ້​ມີ​ບັນ​ດາ​ສະຖິຕິ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ບັນດາ​ຫຼຽນລາງວັນ​ທີ່​ເໝາະ​ສົມ​ກັບ​ນັກ​ກິລາ​ແຕ່ລະຄົນ ​ແລະ ສຳຄັນ​ກ່ວາ​ແມ່ນ​ຄວາມ​ຜາ​ສຸກ​ຂອງ​ຜູ້​ຊົມ​ເມື່ອ​ຕິດຕາມ​ການ​ແຂ​ງຂັນ​ກິລາ​ຢູ່​ທີ່​ນີ້.

Olympic London 2012 ​​ໄດ້​ຈັດ​ຂຶ້ນ​ໃນ​ແຕ່​ວັນ​ທີ 28/7 ຫາ 12/8. ສຸດ​ທ້າຍ, ຄະນະ​ກິລາ ອາ​ເມ​ລິ​ກາ ​ໄດ້ນຳ​ໜ້າ​ທົ່ວ​ຄະນະ​ນັກ​ກິລາດ້ວຍ​ຜົນງານຍາດ​ໄດ້​ຫຼຽນ​ຄຳ 46 ຫຼຽນ. ຢືນ​ອັບ​ດັບ​ທີ 2 ​ແມ່ນ​ຄະນະກິລາ ຈີນ ດ້ວຍ​ຫຼຽນ​ຄຳ 38 ຫຼຽນ. ​ທີ 3 ​ແມ່ນ​ຄະນະນັກ​ກິລາ​ປະ​ເທດ​ເຈົ້າພາບ​ລາຊະ​ອານາຈັກ ອັງກິດ ດ​້ວຍຫຼຽນ​ຄຳ 29 ຫຼຽນ. ຄະນະ​ນັກກິລາ​ລັດ​ເຊຍ ຢືນ​ອັບ​ດັບ​ທີ 4 ດ້ວຍ​ຫຼຽນ​ຄຳ 24 ຫຼຽນ.

ຂ່າວ/ບົດ​ອື່ນ