ງານໂຮມຊຸມນຸມສະເຫລີມສະຫລອງ70ປີແຫ່ງວັນໄຂກອງປະຊຸມໃຫຍ່ສະພາແຫ່ງຊາດ

ງານໂຮມຊຸມນຸມສະເຫລີມສະຫລອງ70ປີແຫ່ງວັນໄຂກອງປະຊຸມໃຫຍ່ສະພາແຫ່ງຊາດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫລີມ​ສະ​ຫ​ລອງ
ພາບ:baoQDND

 (vovworld)- ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເຫດ​ການ​ໃຫຍ່​ຖືກ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ​ທີ 2/9. ງານ​ໂຮມ​ຊຸມ​ນຸມ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ແຫ່ງ​ຊາດ ​ເຕີນ​ຈ່າວ ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້​າ​ວັນ​ທີ 16/8 ຢູ່ ຕາ​ແສງ ເຕີນ​ຈ່າວ ເມືອງ ເຊີນ​ເຢືອງ ແຂວງ ຕວຽນ​ກວາງ. ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ນຸມ ມີ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ນົງ​ດືກ​ແມ້ງ, ອະ​ດີດ​ປະ​ທານ​ປະ​ເທດ ເຈີນ​ດືກ​ເລືອງ, ທ່ານ​ນາງ​ ຫງວຽນ​ທິຢ​ວານ, ຮອງ​ປະ​ທານ​ປະ​ເທດ, ທ່ານ​ນາງ ຕ່ອງ​ທິ​ຟອງ, ຫງວຽນ​ທິກ​ີມ​ເງິນ, ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ​ທ່ານ ຟ້າມ​ບີງ​ມີງ, ລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ, ພ້ອມ​ດ້ວຍ ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ຕ່າງໆ ແລະ ນັກ​ຮົບ​ປະ​ຊາ​ຊົນ​ແຂວງ ຕວຽນ​ກວາງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ເນັ້ນ​ຫນັກ​ວ່າ: ກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ແຫ່ງ​ຊາດ ເຕີນ​ຈ່າວ ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ໂດຍ​ປະ​ທ​ານ​ໂຮ່​ຈິ​ມີນ ເຕົ້າ​ໂຮມ ຜູ້​ແທນ 60 ຄົນ​ທີ່​ຕາງ​ຫນ້າ​ໃຫ້​ 3 ພາກຄື: ພາກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້. ເຫດ​ການ​ສຳ​ຄັນ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 16 ແລະ 17/8/1945 ຢູ່​ຕາ​ແສງ ເຕີນ​ຈ່າວ ເມືອງ ເຊີນ​ເຢືອງ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ວ່າ:

        “ເສີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ສະ​ພາ​ແຫ່ງ​ຊາດ, ທົ່ວ​ພັກ, ທົ່ວ​ກອງ​ທັບ ແລະ ທົ່ວ​ປ​ວງ​ຊົນ ໝັ້ນ​ໝາຍ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ສາ​ມັກ​ຄີ ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່ຢ່າງ​ຮອບ​ດ້ານ, ຄົບ​ຊຸດ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ, ນຳ​ປະ​ເທດ​ນັບ​ມື້​ນັບ​ພັດ​ທະ​ນາ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ອີ່ມ​ຫນຳ​ສຳ​ລານ​ພູ​ນ​ສຸກ.”

 

ຂ່າວ/ບົດ​ອື່ນ