ງາມໂຮມຊຸມນຸມຕອບສະໜອງວັນນ້ຳໂລກ 2013

ງາມໂຮມຊຸມນຸມຕອບສະໜອງວັນນ້ຳໂລກ 2013 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ເຂົາຮ່ວມງາມ​ໂຮມ​ຊຸມນຸມ​ຕອບ​ສະໜອງວັນ​ນ້ຳ​ໂລກ 2013
(ພາບ: chinhphu.vn)


(vovworld) -  ຕອນ​ເຊົ້າ​ວັນ​ທີ 21/03, ຢູ່​ນະຄອນ​​ເກີນ​ເທີ, ​ໄດ້​ດຳ​ເນີນ​ງານໂຮມ​ຊຸມນຸມຕອບ​ສະໜອງວັນ​ນ້ຳ​ໂລກ 2013 ດ້ວຍ​ຫົວຂໍ້ວ່າ “ຮ່ວມ​ມື​ເພື່ອ​ນ້ຳ” ​ແລະ ສານ​ທີ່​ວ່າ “ຖ້າ​ຫາກ​ພວກ​ເຮົາ​ພ້ອມ​ກັນ​ແບ່ງປັນ, ​ໃຜ​ໆ​ກໍ​ມີ​​ໂອກາດ​ໃຊ້​ນ້ຳ”. ກ່າວ​ຄຳ​ເຫັນ​ທີ​ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ຫວຽດນາມ ນອນ​ຢູ່​ເຂດ​ລຸ່ມ​ ແມ່​ນ້ຳ​ແດງ ​ແລະ ​ແມ່​ນ້ຳຂອງ. ຍ້ອນ 2/3 ປະລິມານ​ນ້ຳ​ຢູ່​ຫວຽດນາມ ​ແມ່ນ​​ເກີດ​ມາ​ຈາກ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​. ​ເພາະສະ​ນັ້ນ, ​ເລ​ື່ອງ​ຊຸກຍູ້ການ​ຮ່ວມ​ມື​ສາກົນ​ໃນ​ການ​ແບ່ງປັນ, ຄຸດ​ຂົ້ນ ​ແລະ ພັດທະນາ​ບັນດາ​ແຫຼ່ງນ້ຳ​ຂ້າມ​ຊາຍ​ແດນ​ຢ່າງ​ໝັ້ນຄົງ ​ໄດ້​ຮັບ​ຖື​ວ່າ​ແມ່ນ “ຍຸດ​ທະ​ສາດ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ​ໃນ​ໄລຍະ 2011 - 2020”. ທ່ານ​ນາຍົກລັດຖະມົນ​ຕີ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຢູ່​ເຂດ​ຍອດ​ນ້ຳ ຈົ່ງ​ຮ່ວມ​ມື ​ແລະ ພ້ອມ​ກັນ​ແບ່ງປັນ​ກັບ​ຫວຽດນາມ ​ເພື່ອ​ໃຫ້​ບັນດາ​ລຳ​ແມ່​ນ້ຳ​ລະຫວ່າງ​ປະ​ເທດກາຍ​ເປັນລຳ​ແມ່​ນ້ຳ​ສັນຕິ​ພາບ ​ແລະ ນຳ​ມາ​ເຊິ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ທຸກໆ​ປະ​ເທດ​ໃນ​ລຳ​ແມ່​ນ້ຳ. ທ່ານ​ນາຍົກລັດຖະມົນຕີ ກໍ​ຮຽກຮ້ອງ​ໃຫ້​ບັນດ​າກະຊວງ, ຂະ​ແໜງ​ການ​ທຸກ​ຂັ້ນ ​ແລະ ​ແຕ່ລະຄົນພ້ອມ​ກັນ​ແບ່ງປັນ​ຂໍ້​ມູນ​ຂ່າວ, ປົກ​ປັກ​ຮັກສາ, ຂຸດ​ຄົ້ນ, ນ້ຳ​ໃຊ້ ​ແລະ ພັ​ດທະນາ​​ຊັບພະຍາກອນ​​ແຫຼ່ງນ້ຳ​ໃຫ້​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ