ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບວັນບຸນໜັງສືພິມທົ່ວປະເທດ 2025 ແລະ ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ XIX ປີ 2024
(VOVWORLD) - ຕອນເຊົ້າວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບວັນບຸນໜັງສືພິມທົ່ວປະເທດ ປີ 2025 ແລະ ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ XIX ປີ 2024.
ກອງປະຊຸມຖະແຫຼງຂ່າວກ່ຽວກັບວັນບຸນໜັງສືພິມທົ່ວປະເທດ ປີ 2025 ແລະ ພິທີມອບລາງວັນສື່ມວນຊົນລະດັບຊາດຄັ້ງທີ XIX ປີ 2024 (ພາບ: VOV) |
ວັນບຸນໜັງສືພິມທົ່ວປະເທດ ປີ 2025 ຈະໄຂຂຶ້ນໃນຕອນເຊົ້າວັນທີ 19 ມິຖຸນາ, ອັດລົງໃນວັນທີ 21 ມິຖຸນາ ຢູ່ສູນກອງປະຊຸມແຫ່ງຊາດ, ທີ່ຮ່າໂນ້ຍ. ກອງປະຊຸມທົ່ວປະເທດປີ 2025 ດ້ວຍຫົວຂໍ້ “ໜັງສືພິມ ຫວຽດນາມ - ຈົ່ງຮັກພັກດີ, ມີຫົວຄິດປະດິດສ້າງ, ຄຸນນະທາດ, ປ່ຽນແປງໃໝ່ເພື່ອພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ”. ວັນບຸນທົ່ວປະເທດປີນີ້ມີການເຂົ້າຮ່ວມຂອງຫົວໜ່ວຍສື່ມວນຊົນສູນກາງ ແລະ ທ້ອງຖິ່ນກ່ວາ 80 ແຫ່ງ, ດ້ວຍຮ້ານວາງສະແດງສື່ມວນຊົນທີ່ພົ້ນເດັ່ນເກືອບ 130 ແຫ່ງ. ຈຸດພົ້ນເດັ່ນຢູ່ສະຖານທີ່ໃຈກາງແມ່ນງານວາງສະແດງດ້ວຍຫົວເລື່ອງ “100 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ: ຜົນສຳເລັດ ແລະ ທ່າອ່ຽງພັດທະນາສື່ມວນຊົນໃນຍຸກສະໄໝໃໝ່”.