ຈັດກອງປະຊຸມນັກລາຍງານເດືອນ ມັງກອນ 2024

(VOVWORLD) - ປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພື້ນຖານເສດຖະກິດຂອງ ຫວຽດນາມ ສືບຕໍ່ຟື້ນຟູ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ
ຈັດກອງປະຊຸມນັກລາຍງານເດືອນ ມັງກອນ 2024 - ảnh 1 (ທີ່ກອງປະຊຸມ)

        ທີ່ກອງປະຊຸມນັກລາຍງານເດືອນ ມັງກອນ, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ມັງກອນ, ຢູ່ ຮ່າໂນ້ຍ, ການນຳຄະນະໂຄສະນາສຶກສາສູນກາງພັກ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ສະພາບເສດຖະກິດປີ 2024 ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ສະນັ້ນ, ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ ຫວຽດນາມ ຕ້ອງສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

        ເມື່ອສະເໜີຂໍ້ມູນຫົວເລື່ອງສະເພາະ “ສະພາບການລວມຂອງພື້ນຖານເສດຖະກິດ - ສັງຄົມປີ 2023 ແລະ ຄາດຄະເນສະພາບການ, ແຜນການພັດທະນາເສດຖະກິດ - ສັງຄົມປີ 2024”, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວກເຟືອງ ໃຫ້ຮູ້ວ່າ, ປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ພື້ນຖານເສດຖະກິດຂອງ ຫວຽດນາມ ສືບຕໍ່ຟື້ນຟູ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງໃນຫຼາຍຂົງເຂດ, ໃນນັ້ນບັນລຸ ແລະ ລື່ນກາຍ 10/15 ຄາດໝາຍເຊິ່ງສະພາແຫ່ງຊາດໄດ້ວາງອອກ.

        ເມື່ອຄາດຄະເນສະພາບການເສດຖະກິດໃນປີ 2024, ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ, ຖືວ່າ ຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ:

        “ປີ 2024 ແມ່ນປີເພີ່ມຄວາມໄວ, ປີເກືອບທ້າຍອາຍຸການ. ສະນັ້ນ, ຕ້ອງສະຫງວນບຸລິມະສິດໃຫ້ຫຼາຍກວ່າ ເພື່ອຊຸກຍູ້ການເຕີບໂຕເສດຖະກິດແນໃສ່ຊົດເຊີຍສິ່ງທີ່ພວກເຮົາພວມຂາດໃນຊຸມປີທຳອິດຂອງອາຍຸການ, ບົນພື້ນຖານກຳແໜ້ນສະພາບການ, ບໍລິຫານຢ່າງມີໄຫວພິບ, ບັນລຸປະສິດທິຜົນ, ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ສະພາບການເມືອງມີສະຖຽນລະພາບ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການໜູນຊ່ວຍສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ