ຈັດການປະມູນພັນທະບັດລັດຖະບານຕື່ມອີກ 1.000 ຕື້ດົງ.

ຈັດການປະມູນພັນທະບັດລັດຖະບານຕື່ມອີກ 1.000 ຕື້ດົງ. - ảnh 1
ພັນທະບັດ​ລັດຖະບານຍາມ​ໃດ​ກໍ​ແມ່ນ​ສິ່ງ​ດຶງ​ດູດ​ນັກ​ລົງທຶນ
(ພາບ: baohaiquan.vn)



Vovworld- ວັນ​ທີ 27 ກຸມພາ, ສູນ​ບໍລິການທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ຈັດການ​ປະມູນພັນທະບັດ​ລັດຖະບານຄັ້ງ​ທີ 3 ປີ 2012. ພັນທະບັດ​ລັດຖະບານ ​ໄດ້​ຮັບ​ການ​ປະມູນ​ດ້ວຍ​ຊື່​​ເອີ້ນວ່າ “ ທະ​ນາ​ບັດ​ຄັງ​ເງິນ” ​ໂດຍ​ຈຳໜ່າຍ​ດ້ວຍ​ສະ​ກູນ​ເງິນ​ດົງ​ຂອງ​ຫວຽດນາມ. ນີ້​ແມ່ນພັນທະບັດ​ລັດຖະບານ ປະ​ເພດໜຶ່ງ​ທີ່​ມີ​ແບບ​ວິ​ທີ​ການ​ປະມູນ​ໂດຍ​ແກ່ງ​ແຍ້​ງກ່ຽວ​ກັບອັດຕາ​ດອກ​ເບັ້ຍດ້ວຍ​ອັດຕາແກ່ງ​ແຍ້​ງ​ດອກ​ເບັ້ຍ 0%. ຍອດ​ຈຳນວນ​ທະ​ນາ​ບັດ​ທີ່​ເຂົ້າ​ຮ່ວມ​ການ​ປະມູນ​ຄັ້ງ​ນີ້ລວມມຸນ​ຄ່າ 1.000 ຕື້​ດົງ, ມີ​ກຳ​ນົດ​ເວລາປີ​ໜຶ່ງ. ພາຍຫຼັງ​ຈັດການ​ປະມູນພັນທະບັດ​ລັດຖະບານ, ວັນ​ທີ 29 ກຸມພາ​ຈະ​ຈັດຈຳໜ່າຍ ​ແລະກຳນົດວັນ ຊຳລະພັນທະບັດ ​ແມ່ນ 27 ກຸມພາ ປີ 2013. ກ່ອນ​ໜ້າ​ນັ້ນ, ຄື​ໃນ​ວັນ​ທີ 13 ກຸມພາ ​ແລະ ວັນ​ທີ 20 ກຸມພາ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ໄດ້​ຈັດການປະມູນພັນທະບັດ​ລັດຖະບານຄັ້ງ​ທີ 1 ​ແລະ ທີ 2 ປີ 2012 ດ້ວຍ​ຈຳນວນ​ທະ​ນາ​ບັດ​ເຂົ້າ​ຮ່ວມ​ການ​ປະມູນ​ແຕ່​ລະ​ຄັ້ງ​ມີ​ມຸນ​ຄ່າ 1.000 ຕື້​ດົງ.​

 

ຂ່າວ/ບົດ​ອື່ນ