(VOVWORLD) - ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ໄຂງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”.
(ທີ່ງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ ຂອງ ຫວຽດນາມ, ຕອນບ່າຍວັນທີ 12 ສິງຫາ, ຢູ່ ຮ່າໂນ້ຍ, ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ໄຂງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”. ງານວາງສະແດງໄດ້ແນະນຳພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງ ວາດພາບເຖິງຄືນໄລຍະທາງແຫ່ງການຕໍ່ສູ້, ການເສຍສະຫຼະຊີວິດ, ຄວາມລຳບາກກາກກຳແຕ່ສະຫງ່າອົງອາດຂອງຊາດ ຫວຽດນາມ ໃນການເດີນທາງປົກປັກຮັກສາພື້ນຖານເອກະລາດ, ປົກປັກຮັກສາອະທິປະໄຕຢ່າງໝັ້ນຄົງ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢ່າງມີຊີວິດຊີວາ.
(ພິທີໄຂການສາຍຟິມຮູບເງົາ) |
ໃນໂອກາດນີ້, ຢູ່ ດັກລັກ, ໄດ້ສາຍຟິມຮູບເງົາ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຈັດຂຶ້ນແຕ່ວັນທີ 12 – 14 ສິງຫາ. ເລື່ອງສາຍຟິມຮູບເງົາໃນຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນສຶກສາມູນເຊື້ອປະຫວັດສາດ, ຫຼໍ່ລ້ຽງອຸດົມຄະຕິປະຕິວັດໃຫ້ແກ່ລຸ້ນໜຸ່ມ, ແຜ່ກະຈາຍນ້ຳໃຈຮັກຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ພິທີໄຂໃນຕອນຄ່ຳວັນທີ 12 ສິງຫາ, ຢູ່ ດັກລັກ, ທ່ານ ໂດ້ກວັກຫວຽດ, ຮອງຫົວໜ້າກົມຮູບເງົາ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ), ໃຫ້ຮູ້ວ່າ:
“ນີ້ແມ່ນບັນດາຟິມຮູບເງົາໄດ້ສ້າງການແຜ່ກະຈາຍດ້ານນ້ຳໃຈຮັກສາດ ແລະ ນ້ຳໃຈສາມັກຄີຂອງຊາດຢ່າງແຮງໃນໄລຍະຜ່ານມາ. ນັ້ນກໍ່ແມ່ນສານຂອງພວກຂ້າພະເຈົ້າທີ່ສົ່ງເຖິງພໍ່ແມ່ປະຊາຊົນບັນດາແຂວງເຂດ ໄຕງວຽນ, ພິເສດແມ່ນປະຊາຊົນແຂວງ ດັກລັກ”.
ໂດຍເຊື່ອມຕົວເຂົ້າກັບບັນຍາກາດຂ່ຳນັບຊົມເຊີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຕອນຄ່ຳວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ໄດ້ສະເໜີຕໍ່ຜູ້ອ່ານປື້ມ 2 ພາສາພິເສດ “ຫວຽດນາມ - ການເດີນທາງແຫ່ງຄວາມຊົມຈຳ” (Vietnam - Un voyage mémoriel) ເປັນທາງການໃຫ້ແກ່ຊາວ ຫວຽດນາມ ແລະ ເພື່ອນມິດ ຝລັ່ງ.