ຈຸດ​ຄ້າຍ​ຄື​ກັນ​ດ້ານ​ວັດ​ທະ​ນະ​ທຳເປັນ​ການສ້າງ ຜົນ​ສຳ​ເລັດ ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ສ.ເກົາຫຼີຢ່າງເປັນທາງການ, ຕອນເຊົ້າວັນທີ 28 ພະຈິກ, ຢູ່ເຊີອຸນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ
ຈຸດ​ຄ້າຍ​ຄື​ກັນ​ດ້ານ​ວັດ​ທະ​ນະ​ທຳເປັນ​ການສ້າງ ຜົນ​ສຳ​ເລັດ ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ - ảnh 1ທ່ານນາຍົກລັດຖະມົນຕີ ແລະ ການນຳຂັ້ນສູງສອງປະເທດ ຫວຽດນາມ - ສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ໃນຫຼາຍປີຜ່ານມາປະສົບຜົນສຳເລັດທີ່ມະຫັດສະຈັນ, ດ້ວຍວົງເງິນການຄ້າບຸນລຸໄດ້ເກືອບ 70 ຕື້ USD, ການລົງທຶນຂອງ ສ.ເກົາຫຼີເຂົ້າຫວຽດນາມ ຢືນຢູ່ອັນດັບທີ 1 ດ້ວຍ 65 ຕື້ USD. ທ່ານເນັ້ນໜັກວ່າ:

ຫວຽດນາມຮ່ວມມືກັບ ສ.ເກົາຫຼີໃນຫຼາຍຂົງເຂດຄື ສາທາລະນະສຸກ, ການສຶກສາ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເງິນ, ທະນາຄານ, ປະກັນໄພ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ນັບມື້ນັບມີຊາວ ສ.ເກົາຫຼີຫຼາຍຄົນ ຮຽນພາສາ ຫວຽດ ແລະ ຊາວ ຫວຽດນາມ ຫຼາຍຄົນ ຮຽນພາສາ ສ.ເກົາຫຼີ. ນີ້ແມ່ນພື້ນຖານສຳຄັນໃນການຊຸກຍູ້ການພົວພັນອັນຍາວນານລະຫວ່າງສອງປະເທດ. ເມື່ອຕອບຄຳຖາມວ່າ ເປັນຫຍັງພວກເຮົາບັນລຸໄດ້ໝາກຜົນເບື້ອງຕົ້ນສຳຄັນຄືແນວນີ້, ພວກຂ້າພະເຈົ້າໄດ້ຕອບໂດຍໄວວ່າ ຍ້ອນ ຫວຽດນາມ ແລະ ສ.ເກົາຫຼີມີ ຈຸດວັດທະນະທຳທີ່ຄ້າຍຄືກັນ. ເພາະສະນັ້ນໄດ້ປະກອບສ່ວນສ້າງບັນດາໝາກຜົນໃນເສດຖະກິດ, ການລົງທຶນ ແລະ ການຄ້າລະຫວ່າງສອງປະເທດ.

        ທີ່ເວທີປາໄສ ມີບົດບັນທຶກຊ່ວຍຈຳ 33 ສະບັບໄດ້ຮັບການລົງນາມ ດ້ວຍຍອດມູນຄ່າເກືອບ 20 ຕື້ USD.  ນີ້ິ້ແມ່ນພື້ນຖານເພື່ອນຳຂອບຂະໜາດການລົງທຶນຂອງ ສ.ເກົາຫຼີໃຫ້ຂຶ້ນເຖິງລະດັບ 80 ຕື້ USD ໂດຍໄວ.

        ແລະ ກໍ່ໃນຕອນເຊົ້າວັນທີ 28 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ ຄື: Sam Sung, Huyndai, GS E&C, GS Energy.

ຕອບກັບ

ຂ່າວ/ບົດ​ອື່ນ