ຈັດຕັ້ງງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ”

(VOVWORLD) - ງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ” ຈະດຳເນີນແຕ່ວັນທີ 5 -11 ສິງຫາ, ຢູ່ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. 
ຈັດຕັ້ງງານວາງສະແດງພາບຖ່າຍ “ປະເທດຊາດ, ຊາວ ອາຊຽນ” - ảnh 1ພາບຖ່າຍຢູ່ ທົ່ງໄຫຫີນຂອງນັກຖ່າຍຮູບ ເຄືອງຫງວຽນ 

ງານວາງສະແດງຈະແນະນຳຮູບພາບ 230 ແຜ່ນຂອງບັນດານັກຖ່າຍຮູບສິລະປະຂອງ 10 ປະເທດ ອາຊຽນ, ທີ່ໄດ້ຄັດເລືອກຈາກພາບຖ່າຍ 10.000 ກ່ວາແຜ່ນ. ບັນດາພາບຖ່າຍໄດ້ນຳມາວາງສະແດງໃນຄັ້ງນີ້ມີຫົວຂໍ້ກ່ຽວກັບຄວາມງາມ, ລັກສະນະມີຊີວິດຊີວາ ກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ສັງຄົມ…ຂອງແຕ່ລະປະເທດ ແລະ ບັນດາການເຄື່ອນໄຫວຮ່ວມມື, ພົວພັນແລກປ່ຽນລະຫວ່າງບັນດາປະເທດໃນກຸ່ມ ອາຊຽນ. ຜ່ານງານວາງສະແດງຈະເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ການສະໜິດຕິດພັນລະຫວ່າງບັນດາປະເທດ, ປະກອບສ່ວນສ້າງປະຊາຄົມອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາ. ນີ້ກໍ່ແມ່ນວັນບຸນຂອງວົງການນັກຖ່າຍຮູບບັນດາປະເທດໃນພາກພື້ນໄດ້ພົວພັນແລກປ່ຽນ, ຮ່ຳຮຽນເອົາບົດຮຽນໃນການປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ