ຈັດວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍທຸກຍາກໃນທົ່ວປະເທດ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນກັບບັນດາພວກຫຼານເຍົາວະຊົນ ອະນຸຊົນຢູ່ຕາແສງ ດ້າຍມິງ, ເມືອງ ດ້າຍລົກ, ແຂວງກວາງນາມ.
ຈັດວັນບຸນໄຫວ້ພະຈັນໃຫ້ເດັກນ້ອຍທຸກຍາກໃນທົ່ວປະເທດ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນ)

ພ້ອມກັບບັນຍາກາດວັນບຸນໄຫວ້ພະຈັນຂອງເດັກນ້ອຍໃນທົ່ວປະເທດ, ຕອນບ່າຍວັນທີ 08 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນກັບບັນດາພວກຫຼານເຍົາວະຊົນ ອະນຸຊົນຢູ່ຕາແສງ ດ້າຍມິງ, ເມືອງ ດ້າຍລົກ, ແຂວງກວາງນາມ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພວກຫຼານເຍົາວະຊົນ, ອະນຸຊົນ ດ້ວຍບັນດາແຜນນະໂຍບາຍລະອຽດທີ່ສຸດ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍແຂວງ ກວາງນາມ ໃນການຈັດວັນບຸນໄຫວ້ພະຈັນໃຫ້ພວກເດັກເຍົາວະຊົນຢູ່ທຸກເຂດພາກ ໄດ້ຕ້ອນຮັບບຸນໄຫວ້ພະຈັນ, ໂດຍສະເພາະແມ່ນບັນດານ້ອງທີ່ປະສົບກັບຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນການຮ່ຳຮຽນ.

        ເນື່ອງໃນໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ມອບຂອງຂວັນ 300 ພູດໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແຕ່ມີຜົນການຮຽນດີຢູ່ເມືອງ ດ້າຍລົກ, ແຂວງກວາງນາມ.

        ແລະກໍ່ເນື່ອງໃນໂອກາດນີ້, ຕອນບ່າຍວັນດຽວກັນ, ຢູ່ ເມືອງ ຢຸຍຊວຽນ, ແຂວງກວາງນາມ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ກໍ່ໄດ້ມອບລົດຖີບ 50 ຄັນ, ຂອງຂວັນ 200 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງ ໃຫ້ເດັກນ້ອຍທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກ 250 ນ້ອງ ແລະ ມອບປື້ມຕຳລານອກຫຼັກສູດໃຫ້ໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ ໃນບໍລິເວນເມືອງຢຸຍຕຽນ, ລວມມູນຄ່າກວ່າ 350 ລ້ານດົ່ງ.

        ຕອນຄ່ຳວັນທີ 08 ກັນຍາ, ຢູ່ໂຮງລະຄອນກອງທັບ, ຮ່າໂນ້ຍ, ມີເດັກນ້ອຍເຊິ່ງແມ່ນຊາວເຜົ່າສ່ວນໜ້ອຍ, ເດັກປະສົບກັບຄວາມຫຍຸ້ງຍາກ ບືນຕົວຂຶ້ນຮຽນເກັ່ງ ແລະ ເດັກພິການ 109 ນ້ອງ ໄດ້ຮັບທຶນການສຶກສາ ແລະ ຂອງຂວັນຈາກລາຍການ “ຈຸດປະກາຍຄວາມໄຝ່ຝັນ” ໂດຍສະພາປົກປ້ອງສິດທິເດັກຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ສູນກາງສະຫະພັນແມ່ຍິງຫວຽດນາມ ແລະ ບໍລິສັດວັດທະນະທຳສື່ສານ NEW ຈຳກັດ ຈັດຕັ້ງ.

        ແລະກໍ່ໃນວັນດຽວກັນ, ຢູ່ແຂວງເຊີນລາ, ແຂວງບັ໊ກຢາງ ກໍໄດ້ຈັດພິທີຕ້ອນຮັບບຸນໄຫວ້ພະຈັນ ແລະ ມອບຂອງຂວັນໃຫ້ເດັກນ້ອຍເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ