ຈົດ​ໝາຍ​ ແລະ ສານ​ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ

(VOVWORLD) - ເນື່ອງໃນໂອກາດທີ່ສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງທ່ານ ໂຕເລີມ ດຳລົງຕຳແໜ່ງປະທານປະເທດ ສສ ຫວຽດນາມ, ການນຳບັນດາປະເທດ ອາເມລິກາ, ເຢຍລະມັນ, ໂຮນລັງ, ບຸນກາຣີ, ເຊັກບີ ໄດ້ຝາກຈົດໝາຍ, ສານຊົມເຊີຍ.
ຈົດ​ໝາຍ​ ແລະ ສານ​ຊົມ​ເຊີຍ​ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ - ảnh 1

(ພາບ: VGP/Nhật Bắc)

      ໃນຈົດໝາຍຊົມເຊີຍ, ທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joe Biden ໄດ້ຊົມເຊີຍທ່ານປະທານປະເທດ ໂຕເລີມ ພ້ອມທັງຢືນຢັນຄືນໃໝ່ ຄຳໝັ້ນສັນຍາຂອງ ອາເມລິກາ ທີ່ສະໜັບສະໜູນປະເທດ ຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ທ່ານປະທານາທິບໍດີ Joe Biden ເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ-ອາເມລິກາ ຈະພັດທະນາດີກ່ວາອີກໃນຊຸມປີຈະມາເຖິງ.

  ໃນຈົດໝາຍຊົມເຊີຍ, ກະສັດ ໂຮນລັງ Willem-Alexander ເຊື່ອໝັ້ນວ່າ ສາຍພົວພັນສອງຝ່າຍທີ່ມີລັກສະນະສ້າງສັນ ແລະ ເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ-ໂຮນລັງ ຈະສືບຕໍ່ພັດທະນາເພື່ອຜົນປະໂຫຍດ ແລະ ຄວາມວັດທະນາຖາວອນຂອງ ປຊຊ ສອງປະເທດ.

  ໃນໂອກາດນີ້, ທ່ານປະທານາທິບໍດີ ສ. ສະຫະພັນ ເຢັຍລະມັນ Frank Walter-Steinmeier, ທ່ານປະທານາທິບໍດີ ສ.ບຸນກາຣີ Rumen Radev ແລະ ທ່ານປະທານາທິບໍດີ ສ.ເຊັກບີ Aleksandar Vucic ກໍ່ໄດ້ສົ່ງຈົດໝາຍຊົມເຊີຍມາຍັງທ່ານປະທານປະເທດ ໂຕເລິມ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ