ຈີນ “ກະກຽມ” ໃຫ້ແກ່ສົງຄາມການຄ້າກັບອາເມລິກາ

(VOVWORLD) -ວັນທີ 03 ກໍລະກົດ, ຈີນ ຖະແຫຼງວ່າ “ໄດ້ກະກຽມຢ່າງຄົບຖ້ວນ” ໃຫ້ແກ່ສົງຄາມການຄ້າກັບອາເມລິກາ ໃນສະພາບຄວາມເຄັ່ງຕຶງດ້ານການຄ້າທີ່ພວມນັບມື້ນັບເພີ່ມຂຶ້ນລະຫວ່າງວໍຊິງຕັນ ແລະ ປັກກິ່ງ.

ຈີນ “ກະກຽມ” ໃຫ້ແກ່ສົງຄາມການຄ້າກັບອາເມລິກາ - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ລຸກາງ

(ພາບ: Reuters)

ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວ, ໂຄສົກກະຊວງການຕ່າງປະເທດຈີນ ທ່ານ ລຸກາງ ໃຫ້ຮູ້ວ່າ, ປະເທດນີ້ໄດ້ “ກະກຽມຢ່າງຄົບຖ້ວນບ້ວງບັນດາມາດຕະການທີ່ຈຳເປັນ” ເພື່ອປົກປ້ອງບັນດາຜົນປະໂຫຍດແຫ່ງຊາດ. ກ່ຽວຂ້ອງເຖິງເລື່ອງອົງການຖະແຫຼງຂ່າວ - ສື່ສານອາເມລິກາ ກ່າວເຕືອນຄະນະກຳມະການສື່ສານສະຫະລັດອາເມລິກາ ປະຕິເສດໃບສະເໜີສະໜອງບັນດາການບໍລິການໂທລະຄົມມະນາຄົມຢູ່ຕະຫຼາດອາເມລິກາ ຂອງບໍລິສັດໂທລະຄົມມະນາຄົມ China Mobile ຂອງຈີນ, ທ່ານ ລຸກາງ ໄດ້ຕຳໜິຕິຕຽນອາເມລິກາ ວ່າ ພວມຮັກສາແນວຄວາມຄິດຈາກສະໄໝສົງຄາມເຢັນ.

      ວັນທີ 06 ກໍລະກົດ ຈະມາເຖິງ, ອາເມລິກາ ຈະຈັດວາງອັດຕາພາສີສຳລັບບັນດາປະເພດສິນຄ້າທີ່ນຳເຂົ້າຈາກຈີນ ທີ່ມີມູນຄ່າ 34 ຕື້ USD ແລະ ຄາດວ່າ ປັກກິ່ງ ຈະມີການກະທຳໂຕ້ຕອບທີ່ຄ້າຍຄືກັນ.

ຕອບກັບ

ຂ່າວ/ບົດ​ອື່ນ