ຈີນ ກະຕຸກຊຸກຍູ້ ອີຢູ ບໍ່ຫັນການແກ້ງແຍ້ງເປັນການສູ້ຢັນກັນ

(VOVWORLD) -ບັນດານັກວາງນະໂຍບາຍຂອງ ອີຢູ ໄດ້ປະກາດແຜນການ 10 ຂໍ້ ເພື່ອແກ້ໄຂບັນດາການພົວພັນກັບ ຈີນ

ວັນທີ 13 ມີນາ, ຈີນ ໄດ້ ກະຕຸກຊຸກຍູ້ ສະຫະພາບເອີຣົບ (ອີຢູ) ບໍ່ຫັນ “ການແກ້ງແຍ້ງທີ່ເປັນຜົນປະໂຫຍດ” ລະຫວ່່າງສອງຄູ່ຮ່ວມມືໃຫ້ກາຍເປັນ “ການສູ້ຢັນກັນ”, ພາຍຫຼັງກຸ່ມນີ້ ສ້າງແຜນການກ່ຽວກັບບັນດາການພົວພັນກັບ ປັກກິ່ງ. ທ່ານ ລຸກາງ ໂຄສົກຂອງກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ຫວັງວ່າ ບຣຸກແຊນ ອາດຈະຮັບຮູ້ບັນດາຄວາມມານະພະຍາຍາມໃນການປະຕິຮູບໃໝ່ຂອງ ຈີນ, ຮັກສາທ່າທີຍຸຕິທໍາ, ມີເຫດມີຜົນ ແລະ ພາວະວິໄສ, ກໍຄື ຮ່ວມມືກັນ ເພື່ອຊຸກຍູ້ການພົວພັນລະຫວ່າງ ຈີນ - ອີຢູ ຢ່າງບໍ່ຢຸດຢັ້ງ.

        ກ່ອນໜ້ານັ້ນໜຶ່ງວັນ, ບັນດານັກວາງນະໂຍບາຍຂອງ ອີຢູ ໄດ້ປະກາດແຜນການ 10 ຂໍ້ ເພື່ອແກ້ໄຂບັນດາການພົວພັນກັບ ຈີນ, ໃນສະພາບທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຢ່າງກ່ຽວກັບການລົງທຶນ ແລະ ການສົ່ງຜົນສະທ້ອນຂອງ ປັກກິ່ງ ກະທົບໃສ່ພື້ນຖານໂຄງລ່າງທີ່ສໍາຄັນຕົ້ນຕໍ,ໃນນັ້ນມີເຕັກໂນໂລຢີໂທລະຄົມມະນາຄົມ. ບັນດາຂໍ້ສະເໜີໃນແຜນການລວມມີ ການຊຸກຍູ້ໃຫ້ ປັກກິ່ງ ເຫັນດີກັບການປະຕິຮູບລະບຽບການຂອງ ອົງການການຄ້າໂລກ (WTO), ພິເສດແມ່ນກ່ຽວກັບການໜູນຊ່ວຍ ແລະ ຖ່າຍທອດເຕັກໂນໂລຢີ.


ຕອບກັບ

ຂ່າວ/ບົດ​ອື່ນ