ຈີນ, ຍີ່ປູ່ນ ຊົມເຊີຍບາດກ້າວຕັ້ງໜ້າລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ

(VOVWORLD) - ວັນທີ 11 ພຶດສະພາ, ຈີນ ໄດ້ຊົມເຊີຍບັນດາບາດກ້າວຕັ້ງໜ້າຂອງ ອາເມລິກາ ແລະ ສປປ.ເກົາຫຼີ ໃນວຽກງານຊັບຊ້ອນຈັດຕັ້ງການພົບປະສຸດຍອດ 2 ຝ່າຍ ຊຶ່ງຄາດຄະເນວ່າ
ຈີນ, ຍີ່ປູ່ນ ຊົມເຊີຍບາດກ້າວຕັ້ງໜ້າລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ - ảnh 1 ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ຂາຍສາງ (ພາບ: THX/TTXVN)

ຈະດຳເນີນໃນເດືອນ ມິຖຸນາ ຈະມາເຖິງ. ໂຄສົກກະຊວງການຕ່າງປະເທດ ຈີນ ທ່ານ ຂາຍສາງ ໃຫ້ຮູ້ວ່າ: ປັກກິ່ງ ຫວັງວ່າ ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຢູ່ ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ ຈະບັນລຸໄດ້ບັນດາຜົນງານຢ່າງຕັ້ງໜ້າ, ຜ່ານນັ້ນ ສ້າງບາດກ້າວສຳຄັນໃນຄາດໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ, ແກ້ໄຂບັນດາຄວາມເຄັ່ງຕຶງດ້ານການເມືອງກໍ່ຄືປັບປຸງສັນຕິພາບ ແລະ ສະຖຽນລະພາບຍາວນານຢູ່ພາກພື້ນ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຊົມເຊີຍການພົບປະຈະມາເຖິງລະຫວ່າງການນຳ ສປປ.ເກົາຫຼີ ແລະ ອາເມລິກາ . ທ່ານນາຍົກລັດຖະມົນຕີ Shinzo Abe ໃຫ້ຄຳໝັ້ນສັນຍາວ່າ ຍີ່ປຸ່ນ ຈະຮ່ວມມືກັບ ອາເມລິກາ, ສ.ເກົາຫຼີ, ຈີນ ແລະ ລັດເຊຍ ກໍຄືປະຊາຄົມສາກົນ ຊຸກຍູ້ຄວາມກ້າວໜ້າໃນບັນດາບັນຫາທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ ໃນການພົບປະສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນເດືອນມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ