ຈີນ ປະ​ຕ​ິ​ບັດ “ວີ​ຊາ ອາ​ຊຽນ” ສຳ​ລັບ 11 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ. 
ຈີນ ປະ​ຕ​ິ​ບັດ “ວີ​ຊາ ອາ​ຊຽນ” ສຳ​ລັບ 11 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1ທ່ານໂຄສົກ ຫຼີນຈຽນ (ພາບ: ກະຊວງການຕ່າງປະເທດ ຈີນ)

  ວັນທີ 03 ມິຖຸນາ, ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ, ເພື່ອອຳນວຍຄວາມສະດວກກວ່າ ໃນການແລກປ່ຽນບຸກຄະລາກອນຂ້າມຊາຍແດນໃນພາກພື້ນ, ຈີນ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste - ເຊິ່ງເປັນປະເທດສັງເກດການຂອງ ອາຊຽນ. ດ້ວຍນະໂຍບາຍໃໝ່ນີ້, ຈີນ ຈະອອກວີຊາເຂົ້າເມືອງຫຼາຍຄັ້ງ ທີ່ມີກຳນົດເວລາ 5 ປີ ດ້ວຍເວລາພັກເຊົ່າຫຼາຍສຸດແມ່ນ 180 ວັນ ສຳລັບບັນດາບຸກຄະລາກອນຂອງວິສາຫະກິດ ແລະ ຜົວ/ເມຍ, ລູກເຕົ້າຂອງເຂົາເຈົ້າ ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການມາຈາກ 11 ປະເທດດັ່ງກ່າວ.

ບິກທ້ວນ - ນັກຂ່າວ VOV ປະຈຳ ປັກກິ່ງ

ຕອບກັບ

ຂ່າວ/ບົດ​ອື່ນ