ຈີນ, ລາວ, ຫວຽດນາມ ສ້າງຕັ້ງຫ້ອງການຮ່ວມມືຄວບຄຸມຢາເສບຕິດຕື່ມອີກ

(VOVWORLD) - ວັນທີ 20 ມິຖຸນາ, 3 ປະເທດ ຈີນ, ຫວຽດນາມ ແລະ ລາວ ໄດ້ເປີດຫ້ອງການຮ່ວມມືຄວບຄຸມຢາເສບຕິດຕື່ມອີກຢູ່ເມືອງຊາຍແດນ ຢາງເຈີ໋ງ ຂຶ້ນກັບແຂວງ ຢຽນໜານ, ພາກຕາເວັນຕົກສຽງໃຕ້ ຈີນ. 
ຈີນ, ລາວ, ຫວຽດນາມ ສ້າງຕັ້ງຫ້ອງການຮ່ວມມືຄວບຄຸມຢາເສບຕິດຕື່ມອີກ - ảnh 1 ພາບປະກອບ

ຕາມທ່ານ ເຫວີຍແສວຈູນ, ຫົວໜ້າກົມຄວບຄຸມຢາເສບຕິດ ຂຶ້ນກັບກະຊວງຕຳຫຼວດ ຈີນ, ຈີນ ໄດ້ຮັກສາການຮ່ວມມືອັນດີງາມກັບລາວ ແລະ ຫວຽດນາມ ໃນບັນຫານີ້. ຫ້ອງການດັ່ງກ່າວໄດ້ຮັບການສ້າງຕັ້ງເພື່ອຍູ້ແຮງການຮ່ວມມືກ່ວາອີກລະຫວ່າງ 3 ປະເທດໃນບັ້ນຮົບຕ້ານຢາເສບຕິດຂ້າມຊາດ.

        ແຕ່ປີ 2002, ມີຫ້ອງການຮ່ວມມືຄ້າຍຄືກັນໄດ້ຮັບການສ້າງຕັ້ງຢູ່ ຈີນ, ລາວ, ມຽນມາ ແລະ ຫວຽດນາມ ລວມ 10 ແຫ່ງ, ເພື່ອແນໃສ່ຮັບມືກັບບັນດາຂົງເຂດມີໄພຢາເສບຕິດໜັກໜ່ວງທີ່ສຸດຢູ່ລຽບຕາມເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ