ຈີນ ແລະ ສປປ.ເກົາຫຼີ ບັນລຸ ໄດ້ຄວາມເຫັນດີທີ່ສໍາຄັນໃນຫຼາຍບັນຫາ

(VOVWORLD) -ການນໍາສອງທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ ກ່ຽວກັບການພົວພັນລະຫວ່າງ ຈີນ - ສປປ.ເກົາຫຼີ ກໍຄືຫຼາຍບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ບັນລຸໄດ້ຄວາມເຫັນດີເປັນເອກະພາບທີ່ສໍາຄັນ. 

ຕອນເຊົ້າວັນທີ 10 ມັງກອນ, ສໍານັກຂ່າວສານ ຊີນຮວາ ໄດ້ໃຫ້ຂ່າວວ່າ ໃນວັນທີ 8 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການເຈລະຈາກັບການນໍາ ສປປ.ເກົາຫຼີ Kim Jong-un    ພາຍຫຼັງທ່ານໄປຮອດປັກກິ່ງໃນວັນດຽວກັນ. ການນໍາສອງທ່ານໄດ້ແລກປ່ຽນທັດສະນະຢ່າງເລິກເຊິ່ງ ກ່ຽວກັບການພົວພັນລະຫວ່າງ ຈີນ - ສປປ.ເກົາຫຼີ ກໍຄືຫຼາຍບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ບັນລຸໄດ້ຄວາມເຫັນດີເປັນເອກະພາບທີ່ສໍາຄັນ. ສອງຝ່າຍເຫັນດີຈະພ້ອມກັນມານະພະຍາຍາມ ເພື່ອຊຸກຍູ້ການພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດໃນໄລຍະໃໝ່, ຊຸກຍູ້ວິວັດທະນາການເຈລະຈາດ້ານການເມືອງຢ່າງຕໍ່ເນື່ອງໃນບັນຫາຢູ່ແຫຼມເກົາຫຼີ, ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການສ້າງສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.

        ປີ 2019 ກໍສ້າງຂີດໝາຍ 70 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຈີນ - ສປປ.ເກົາຫຼີ. ສອງຝ່າຍໃຫ້ຄໍາໝັ້ນສັນຍາວ່າ ຈະຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ປັບປຸງການຕິດຕໍ່ຍຸດທະສາດ, ເຮັດໃຫ້ບັນດາການພົວພັນແລກປ່ຽນ ແລະ ການຮ່ວມມືມິດຕະພາບ ກໍຄືຊຸກຍູ້ການພັດທະນາໃຫ້ຍາວນານ, ໂປ່ງໃສ ແລະ ມີສະຖຽນລະພາບຂອງການພົວພັນລະຫວ່າງ ຈີນ - ສປປ.ເກົາຫຼີ ໃຫ້ເລິກເຊິ່ງກວ່າອີກ.                                                                                                

ຕອບກັບ

ຂ່າວ/ບົດ​ອື່ນ