ຈີນ ແລະ ອົດສະຕາລີ ບັນລຸໄດ້ ຂໍ້ຕົກລົງແລກປ່ຽນເງິນຕາໂດຍກົງ

ຈີນ ແລະ ອົດສະຕາລີ ບັນລຸໄດ້ ຂໍ້ຕົກລົງແລກປ່ຽນເງິນຕາໂດຍກົງ - ảnh 1

(ພາບ:cafef.vn)

(vovworld)-  ວັນ​ທີ 8/4, ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີອົດສະຕາ​ລີ ​ໃຫ້​ຮູ້​ວ່າ: ຈີນ ​ແລະ ອົດ​ສະ​ຕາ​ລີ ບັນລຸ​ໄດ້​ຂໍ້​ຕົກລົງ​ອະນຸຍາດ​ໃຫ້ແລກປ່ຽນ​​ເງິນ​ຂອງ​ສອງ​ປະ​ເທດໂດຍ​ກົງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບາດກ້າວ​​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ. ທ່ານ​ນາງ Julia Gillard ​ໃຫ້​ຮູ້​ວ່າ: ສະກຸນ​ເງິນ​ຂອງ​ອົດ​ສະ​ຕາ​ລີ ​ແລະ ຈີນ ຈະ​ຖືກ​ແລກປ່ຽນ​ໂດຍ​ກົງ​ເປັນຄັ້ງທຳ​ອິດ​ຢູ່​ປະ​ເທດ​ຈີນ. ຂໍ້​ຕົກລົງ​ດັ່ງກ່າວ​ອະນຸຍາດ​ໃຫ້​ແລກປ່ຽນສະກຸນ​ເງິນ​ໂດ​ລາ​ອົດ​ສະ​ຕາ​ລີ ​ແລະ ​ເງິນ​ຢວນຂອງ​ຈີນ ​ໂດຍ​ກົງ​ຫາກ​ບໍ່​ຕ້ອງ​ໃຊ້​ເງິນ​ໂດ​ລາ​ສະຫະລັດ​ເປັນກາງອີກ, ​ສ້າງ​ເງື່ອ​ນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານການ​ຄ້າ​ຕ່າງປະ​ເທດ ​ແລະ ຫລຸດຜ່ອນ​ຄ່າ​ທຸລະ​ກຳ​ຕ່າງໆ.

ຂ່າວ/ບົດ​ອື່ນ