ຈີນ ແລະ ອາເມລິກາ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືສ້າງສັນ

ຈີນ ແລະ ອາເມລິກາ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືສ້າງສັນ - ảnh 1
ຈີນ ແລະ ອາເມລິກາມຸ່ງໄປເຖິງການພົວພັນຄູ່ຮ່ວມມືສ້າງສັນ
(ພາບ: TTXVN)


(vovworld) - ວັນ​ທີ 16/5, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຈີນ ​ແລະ ອາ​ເມ​ລິ​ກາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ການ​ພົວພັນ​ສອງ​ຝ່າຍ​ໃນ​ປະຈຸ​ບັນ, ​ແລະ ລຸດຜ່ອນຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ພື້ນຖານ​ເສດຖະກິດ​ໃຫຍ່​ກວ່າ​ໝູ່​ຂອງ​ໂລກ​ຜ່ານ​ການ​ເຈລະຈາ. ​ໃນ​ການ​ປະຊຸມ​ກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry ທີ່​ພວມ​ຢູ່​ຢ້ຽມຢາມ​ປັກ​ກິ​ງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫວາງ​ຢີ ​ໄດ້​ຢືນຢັນ​ວ່າ, ສອງ​ປະ​ເທດ​ມະຫາ​ອຳນາດ​ນີ້​ມີ​ຜົນ​ປະ​ໂຫຍ​ດລວມຫຼາຍ​ກວ່າ​ຂໍ້​ຂັດ​ແຍ້​ງກັນ, ດັ່ງ​ນັ້ນ​ສອງ​ຝ່າຍ​ຄວນ​ມີ​ການ​ກະທຳ​ບົນ​ຈິດ​ໃຈ​ເຄົາລົບ​ຊິ່ງກັນ ​ແລະ ກັນ, ຊອກ​ຫາ​ພື້ນຖານ​ລວມ​ໃນ​ການລຸດຜ່ອນ​ຂວາ​ມຂັດ​ແຍ້​ງກັນ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສະດຸ​ງ​ໄວ​ຕາມ​ທິດ​ສ້າງສັນ. ສ່ວນທ່ານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ John Kerry​ ກໍ່​ເຕື້ອງ​ຄືນ​ທັດສະນະ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ອາ​ເມ​ລິ​ກາ - ຈີນ, ພ້ອມ​ທັງ​ຢືນຢັນ​ມີ​ແຕ່​ຜ່ານ​ການ​ເຈລະຈາ​ຈຶ່ງ​ສາມາດ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ໄດ້​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ