ຈີນຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງຫວຽດນາມ

(VOVWORLD) -ໂຄສົກກະຊວງການຕ່າງປະເທດຈີນ ເກີ້ງສວາງ ໄດ້ຢັ້ງຢືນວ່າ ເຄື່ອງບັນເທົາທຸກ, ວັດຖຸ ອຸປະກອນການແພດຂອງລັດຖະບານຫວຽດນາມໄດ້ຖືກສົ່ງເຖິງລັດຖະບານ ແລະ ປະຊາຊົນຈີນ 
ຈີນຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງຫວຽດນາມ - ảnh 1 ໂຄສົກກະຊວງການຕ່າງປະເທດຈີນ ເກີ້ງສວາງ

    ຕອນໃນກອງປະຊຸມຖະແຫຼງຂ່າວຜ່ານເຄືອຂ່າຍ ອິນເຕີເນັດເມື່ອຕອນບ່າຍວັນທີ 10 ກຸມພາ, ຕອບສຳພາດນັກຂ່າວ VOV ຢູ່ປັກກິງ, ໂຄສົກກະຊວງການຕ່າງປະເທດຈີນ ເກີ້ງສວາງ ໄດ້ຢັ້ງຢືນວ່າ ເຄື່ອງບັນເທົາທຸກ, ວັດຖຸ ອຸປະກອນການແພດຂອງລັດຖະບານຫວຽດນາມໄດ້ຖືກສົ່ງເຖິງລັດຖະບານ ແລະ ປະຊາຊົນຈີນ ແລະ ໄດ້ຖືກສົ່ງໄປຍັງນະຄອນອູ່ຮ້ານແລ້ວ ພ້ອມທັງຝາກຄວາມ ຂອບໃຈຢ່າງຈິງໃຈເຖິງການສະໜັບສະຫນູນ ຊ່ວຍເຫຼືອຂອງຫວຽດນາມທີ່ມີຕໍ່ຈີນ.

       ຕາມໂຄສົກກະຊວງການຕ່າງປະເທດຈີນ ເກີ້ງສວາງ ແລ້ວ, ຮອດເວລາ 12 ໂມງຂອງວັນທີ 8 ກຸມພາ, ຈີນໄດ້ຮັບຄື່ອງບັນເທົາທຸກ, ວັດຖຸ ອຸປະກອນການແພດຂອງ 21 ປະເທດ ແລະ 1 ອົງການສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ