ຈີນຈະສະໜັບສະໜູນ ອຳນາດການປົກຄອງ ເຂດພິເສດຮົງກົງ, ມາເກົາ


ຈີນຈະສະໜັບສະໜູນ ອຳນາດການປົກຄອງ ເຂດພິເສດຮົງກົງ, ມາເກົາ - ảnh 1

ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ (ຂວາ)

(ພາບ: Reuters))

(vovworld)- ​ ທີ່​ການ​ຕ້ອນຮັບ​ທ່ານ​ຫົວໜ້າ​ເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ (ຈີນ) ຢູ່​ປັກ​ກິ​ງ ​ເມື່ອວັນ​ທີ 26/12, ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ ​ເນັ້ນໜັກ​ວ່າ: ການ​ພັດທະນາ​ລະບົບ​ການ​ເມືອງ​ຢູ່​ຮົງ​ກົງ​ຕ້ອງ​ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ສອດຄ່ອງ​ກັບ​ກົດໝາຍ. ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ ຊີ້​ແຈ້ງວ່າ: ລັດຖະບານ​ສູນ​ກາງ​ສະໜັບສະໜູນ​ອຳນາດ​ການ​ປົກຄອງ​ຮົງ​ກົງ ພັດທະນາ​ລະບົບ​ການ​ເມືອງ​ຕາມ​ບັນດາ​ຂໍ້​ກຳນົດ​ໃນ​ກົດໝາຍ​ພື້ນຖານ​ກ່ຽວກັບເຂດ​ປົກຄອງ​ພິ​ເສດ​ຮົງ​ກົງ ກໍ່​ຄື​ບັນດາ​ຂໍ້​ຕົກລົງ​ກ່ຽວຂ້ອງ​ໂດ​ຍຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈີນ​ຍົກ​ອອກ​ມາ. ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ ຮຽກຮ້ອງ ປຊຊ ຮົງ​ກົງ ຈົ່ງ​ເອົາ​ໃສ່​ໃຈ່​ເຖິງ​ຜົນ​ປະ​ໂຫຍ​ດລວມ, ຮັກສາ​ສະຖຽນ​ລະ​ພາບ​ໃນ​ສັງຄົມ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ.

   ທີ່​ການ​ຕ້ອນຮັບ​ທ່ານ​ຫົວໜ້າເຂດ​ປົກຄອງ​ພິ​ເສດມາ​ເກົາ, ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ພັດທະນາ​ໂດຍ​ມາ​ເກົາ​ບັນລຸ​ໄດ້​ດ້ວຍ​ການ​ປະຕິບັດ “ລັດ​ດຽວ, ສອງ​ລະບົບ“. ທ່ານ​ສະ​ແດງ​ຄວາມ​ສະໜັບສະໜູນ​ຂອງ​ລັດຖະບານ​ສູນ​ກາງ​ຕໍ່ທ່ານຫົວໜ້າເຂດ​ປົກຄອງ​ພິ​ເສດມາ​ເກົາ ກໍ່​ຄື​ອຳນາດ​ການ​ປົກຄອງ​ມາ​ເກົາ./.

ຂ່າວ/ບົດ​ອື່ນ