ຈິນ,ຍີ່ປຸ່ນຈັດກອງປະຊຸມ ຂັ້ນເຈົ້າໜ້າທີ່ລັດຖະບານ


 ຈິນ,ຍີ່ປຸ່ນຈັດກອງປະຊຸມ ຂັ້ນເຈົ້າໜ້າທີ່ລັດຖະບານ - ảnh 1

ທ່ານປະທານປະເທດຈີນສືຈິນຜິແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe

(ພາບ: AFP )

 (vovworld)- ​ ວັນ​ທີ 28/12, ຈີນ ​ແລະ ຍີ່ປຸ່ນ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງປະຖົມມະ​ເລິກ​ລະຫວ່າງ​ເຈົ້າໜ້າ​ທີ່​​ລັດຖະບານສອງ​ປະ​ເທດ​ທີ່​ນະຄອນຫຼວງ​ປັກ​ກິ​ງ ນັບ​ແຕ່​ການ​ພົບ​ປະ​ທາງ​ການ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ​ເມື່ອ​ທ້າ​ຍ​ເດືອນ 11/2014 ຜ່ານ​ມາ. ທ່ານ Yosuke Tagaki ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ ​ແລະ ທ່ານເຊຍເຈິນຮວາ ຮອງ​ປະທານ​ຄະນະ​ກຳມະການ​ປະຕິ​ຮູບ ​ແລະ ພັດທະນາ​ແຫ່ງ​ຊາດ​ຈີນ ພ້ອມ​ດ້ວຍ​ເຈົ້າໜ້າລັດຖະບານ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ປະມານ 500 ທ່ານ​ໄດ້​ເຂົ້າຮ່ວມກອງ​ປະຊຸມ. ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ປະ​ຢັດ​ພະລັງງານ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ. ກອງ​ປະຊຸມ​ຖືກ​ຈັດ​ຂຶ້ນ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຫລຸດຜ່ອນ​ລົງ ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ ທ່ານ​ປະທານ​ປະ​ເທດ​ຈີນ​ສື​ຈິນຜິ​ງ ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shizo Abe ​ໃນ​ໂອກາດ​ກອງ​ປະຊຸມ​ຂັ້ນສູງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ-​ປາຊີ​ຟິກ (ອາ​ເປ​ກ) ຄັງທີ 22 ຈັດ​ຂຶ້ນ​ຢູ່​ປັກ​ກິ​ງ ປະ​ເທດ​ຈີນ./.

ຂ່າວ/ບົດ​ອື່ນ