ຈີນຕ້ອງເຄົາລົບກົດໝາຍສາກົນໃນບັນຫາທະເລຕາເວັນອອກ

ຈີນຕ້ອງເຄົາລົບກົດໝາຍສາກົນໃນບັນຫາທະເລຕາເວັນອອກ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບປະກອບ)

(vovworld) – ວັນ​ທີ 20/6, ຜູ້ນຳ ອາ​ເມ​ລິ​ກາ ​ແລະ ນິວຢີ​ແລນ ​​ໄດ້​ອອກ​ຖະ​ແຫຼ​ງການ​ເນັ້ນ​ໜັກ​ວ່າ: ຈີນ ຕ້ອງ​ເຄົາລົບ​ບັນດາ​ຫຼັກການ ​ແລະ ຂໍ້​ກຳນົດ​ຂ​​ອງບັນດາ​ສົນທິສັນຍາ​ສາກົນ​ເຊິ່ງປະ​ເທດ​ນີ້​ເຂົ້າ​ຮ່ວມ, ພິ​ເສ​ດ​ແມ່ນ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບກົດໝາຍວ່າ​ດ້ວຍ​ທະ​ເລ (UNCLOS) 1982. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ເຈ​ລະ​ຈາ​ກັບ​ນາຍົກລັດຖະມົນຕີ ນິວຢີ​ແລນ ທ່ານ John Key, ພວມ​ຢູ່​ຢ້ຽມຢາມ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍດີ Barack Obama ​ເນັ້ນ​ໜັກ​ວ່າ: ຕ້ອງ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ເກີດ​ຂຶ້ນ​ພາຍຫຼັງ​ເຫດການ​ຕັ້ງ​ຮ້າ​ນ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ມາດ​ຕະການ​ສັນຕິພາບ​ ​ແລະ ຫຼີກ​ລ້ຽງ​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ເວົ້າ​ວ່າ “ສິ່ງ​ສຳຄັນ​ສຳລັບ​ພວກ​ເຮົາ​ແມ່ນ​ອາດ​ຈະ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ຢູ່​ທະ​ເລ​ຕາມ​ກົດໝາຍ​ສາກົນ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຮັກສາ​ກອບ​ກົດໝາຍ​ເພື່ອ​ແກ້​ໄຂ​ບັນດາ​ບັນ​ຫາ​ຂັດ​ແຍ້​ງ”. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ນິວຢີ​ແລນ John Key ກໍ່​ສະ​ແດງ​ທັດສະນະ​ຄ້າຍຄື​ກັນ​ກັບ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເວົ້າ​ວ່າ: “ນິວຢີ​ແລນ ມີ​ທັດ​ສະ​ນະ​ຈະ​ແຈ້ງວ່າ ບັນດາ​ຝ່າຍ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ.”


ຂ່າວ/ບົດ​ອື່ນ