ຈີນນຳເອົາຂໍ້ຂັດແຍ້ງດ້ານການຄ້າກັບ ອາເມລິກາ ຂຶ້ນສູ່ WTO

(VOVWORLD) - ຖ້າຫາກວ່າ ບໍ່ປະສົບຜົນສຳເລັດ, ຂັ້ນຕອນຕໍ່ໄປແມ່ນ ປັກກິງ ອາດຈະສະເໜີຫາອົງການແກ້ໄຂການຂັດແຍ້ງຂອງ WTO ອອກຄຳຕັດສິນກ່ຽວກັບບັນຫາດັ່ງກ່າວ.

ວັນທີ 10 ເມສາ, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ ຈີນໄດ້ຮຽກຮ້ອງດຳເນີນການທາບທາມຄຳເຫັນຢູ່ອົງການການຄ້າໂລກກ່ຽວກັບບັນດາຂໍ້ຂັດແຍ້ງລະຫວ່າງຈີນ ແລະອາເມລິກາທີ່ກ່ຽວຂ້ອງເຖິງບັນຫາອັດຕາພາສີໃໝ່ທີ່ Washington ຈັດວາງໃຫ້ບັນດາຜະລິດຕະພັນອາລູມີນຽມ ແລະ ເຫຼັກກ້າທີ່ໄດ້ນຳເຂົ້າຈາກຈີນ. ຕາມ WTO ແລ້ວ, ຝ່າຍຈີນໄດ້ຢື່ນໃບສະເໜີແຕ່ວັນທີ 5 ເມສາຜ່ານມາແລ້ວ ດ້ວຍເນື້ອໃນຮຽກຮ້ອງໃຫ້ WTO ຈັດແຈງບັນດາການທາບທາມຄຳເຫັນພາຍໃນເວລາ 60 ວັນ.  ຖ້າຫາກວ່າ ບໍ່ປະສົບຜົນສຳເລັດ, ຂັ້ນຕອນຕໍ່ໄປແມ່ນ ປັກກິງ ອາດຈະສະເໜີຫາອົງການແກ້ໄຂການຂັດແຍ້ງຂອງ WTO ອອກຄຳຕັດສິນກ່ຽວກັບບັນຫາດັ່ງກ່າວ.

        ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ - ຈີນ ໄດ້ກໍ່ຄວາມວິຕົກວັງວົນຕໍ່ສົງຄາມທາງດ້ານການຄ້າລະຫວ່າງ ສອງພື້ນຖານເສດຖະກິດແຖວໜ້າຂອງໂລກ ໃນຂະນະທີ່ສອງຝ່າຍມີບັນດາມາດຕະການຕອບໂຕ້ກັນແບບ “ຕາຕໍ່ຕາ” ຢ່າງລຽນຕິດ. ໃນຕົ້ນອາທິດຜ່ານມາ, Washington ໄດ້ປະກາດບັນຊີລາຍຊື່ບັນດາປະເພດສິນຄ້າທີ່ນຳເຂົ້າຈາກຈີນ ດ້ວຍຍອດມູນຄ່າປະມານ 50 ຕື້ USD ຈະຖືກເສຍພາສີນຳເຂົ້າສູງກວ່າເມື່ອທຽບໃສ່ກັບຄຳກ່າວຫາວ່າ ປັກກິງລັກເອົາຊັບສິນທາງປັນຍາ ແລະ ເຕັກໂນໂລຢີຂອງອາເມລິກາ. ປັກກິງກໍໂຕ້ຕອບອາເມລິກາ ດ້ວຍການປະກາດບັນຊີລາຍຊື່ປະເພດສິນຄ້າສົ່ງອອກຕົ້ນຕໍຂອງອາເມລິກາ ຄື ໝາກຖົ່ວເຫຼືອງ, ລົດ ໂອໂຕ ແລະ ເຮືອບິນ ເຊິ່ງມີຍອດມູນຄ່າປະມານ 50 ຕື້ USD ຈະຖືກເສຍພາສີນຳເຂົ້າສູງກວ່າເມື່ອນຳເຂົ້າຕະຫຼາດຈີນ. ວັນທີ 5 ເມສາ, ທ່ານປະທານາທິບໍດີ Donal Trump ໄດ້ຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ການຄ້າ ອາເມລິກາ ຄິດໄລ່ຊັ່ງຊາເພິ່ມຍອດມູນຄ່າຂອງບັນດາຜະລິດຕະພັນທີ່ນຳເຂົ້າຈາກຈີນທັງໝົດຕ້ອງເສຍພາສີເພີ່ມເຕີມ 2 ເທົ່າເຖິງ 100 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ