ຈີນຢືນຢັນວ່າມີທັດສະນະລວມຫຼາຍຢ່າງກັບ EU

(VOVWORLD) -ທ່ານປະທານປະເທດຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ, ເຖິງວ່າ, ປັກກິງ ແລະ ບຣຸກແຊນ ຍັງມີຄວາມແຕກຕ່າງກັນ ແລະ ມີການແກ່ງແຍ້ງກັນກໍ່ຕາມ, ແຕ່ການແກ່ງແຍ້ງນັ້ນແມ່ນຄວາມຕັ້ງໜ້າ.

ຈີນຢືນຢັນວ່າມີທັດສະນະລວມຫຼາຍຢ່າງກັບ EU - ảnh 1 ຈີນຢືນຢັນວ່າມີທັດສະນະລວມຫຼາຍຢ່າງກັບ EU

(ພາບ: THX/TTXVN)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມ, ພາຍຫຼັງການເຈລະຈາໃນວັນທີ 26 ມີນາ ລະຫວ່າງທ່ານປະທານປະເທດຈີນ ສີຈີ້ນຜິງ ກັບບັນດາການນຳເອີລົບ ລວມມີ: ທ່ານປະທານາທິບໍດີຝລັ່ງ Emmanuel Macron, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker, ບັນດາການນຳໄດ້ສະແດງຄວາມປາດຖະໜາຢາກຮ່ວມມືນຳກັນ.

        ທ່ານປະທານປະເທດຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ, ເຖິງວ່າ, ປັກກິງ ແລະ ບຣຸກແຊນ ຍັງມີຄວາມແຕກຕ່າງກັນ ແລະ ມີການແກ່ງແຍ້ງກັນກໍ່ຕາມ, ແຕ່ການແກ່ງແຍ້ງນັ້ນແມ່ນຄວາມຕັ້ງໜ້າ. ບັນດາຝ່າຍພວມພ້ອມກັນມີຄວາມກ້າວໜ້າ ແລະ ສະນັ້ນ ຈະບໍ່ຄວນປະໃຫ້ “ບັນດາຄວາມລະແວງສົງໄສ” ມາກີດຂວາງ. ທ່ານປະທານປະເທດຈີນ ຕັກເຕື່ອນວ່າ, ບັນດາການນຳ EU ແລະ ຈີນ ລ້ວນແຕ່ປະເຊີນໜ້າກັບບັນດາສິ່ງທ້າທາຍຄື ລັດທິອາລັກຂາເຊິ່ງອາເມລິກາ ພວມນຳໜ້າ ແລະ ບັນດາການ “ບຸກໂຈມຕີ” ຂອງທ່ານປະທານາທິບໍດີອາເມລິກາ D.Trump ແນໃສ່ບັນດາຂໍ້ຕົກລົງສາກົນ ໃນບັນດາຂົງເຂດ ການປ່ຽນແປງຂອງດິນຟ້າອາກາດ, ການຄ້າ ຫຼື ໂຄງການນິວເຄຼຍຂອງອີຣານ.

        ເຖິງຢ່າງໃດກໍ່ຕາມ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ພັດສະແດງຄວາມລະມັດລະວັງກ່ຽວກັບຄວາມສາມາດ ແລະ ໝາກຜົນການຮ່ວມມືລະຫວ່າງ EU ແລະ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ