ຈີນ-ລັດເຊຍເພີ່ມທະວີການຮ່ວມມື ດ້ານການປ້ອງກັນຄວາມສະຫງົບຍຸດທະສາດ

ຈີນ-ລັດເຊຍເພີ່ມທະວີການຮ່ວມມື ດ້ານການປ້ອງກັນຄວາມສະຫງົບຍຸດທະສາດ - ảnh 1

(ພາບປະກອບ:vntime.vn)

(vovworld) -  ​ໃນ​ວັນ​ທີ 8-9/1, ທ່ານ​ເລ​ຂາ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ລັດ​ເຊຍ Nikolai Patrushev ​ໄດ້​ໄປ​ຢ້ຽມຢາມ​ປັກ​ກິ​ງ ​ແລະ ​ເຂົ້າຮ່ວມ​ການ​ເຈລະຈາ​ກ່ຽວ​ກັບການ​ປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດລະຫວ່າງຈີນ​-ລັ​ດ​ເຊຍ ຄັ້ງທີ 8. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ເມື່ອ​ວັນ​ທີ 7/1, ທ່ານ​ຫົງ​ເລີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໃຫ້​ຮູ້​ວ່າ: ຕາມ​​ແຜນ​ການ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ປະສານ​ງານ​ ​ແລະ ການ​ຮ່ວມ​ມືສອງ​ຝ່າຍ​ກ່ວາ​ອີກ​ໃນ​ບັນດາ​ບັນຫາການ​ປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດ, ບັນດາ​ຄວາມ​ຂົ່ມ​ຂູ່​ຈາກ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ບັນດາ​ບັນ​ຫາ​ສາກົນ ​ແລະ ພາກ​ພື້ນ​ຊື່​ງສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.


ຂ່າວ/ບົດ​ອື່ນ