ຈີນຮຽກຮ້ອງສ້າງອາຊີປາຊິຝິກໃຫ້ເປັນພາກພື້ນສັນຕິພາບ

ຈີນຮຽກຮ້ອງສ້າງອາຊີປາຊິຝິກໃຫ້ເປັນພາກພື້ນສັນຕິພາບ - ảnh 1
ຈີນ​ຮຽກຮ້ອງ​​ອົດ​ສະ​ຕາ​ລີ ​ແລະ​ ອາ​ເມ​ລິ​ກາພັດທະນາ​ອາຊີປາຊິ​ຝິກ​​
ໃຫ້​ເປັນ​ພາກ​ພື້ນສັນຕິ​ພາບ

(ພາບ: google.com.vn)

(vovworld) - ວັນ​ທີ 5/4, ຈີນ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ອົດ​ສະ​ຕາ​ລີ ​ແລະ​ ອາ​ເມ​ລິ​ກາ​ຈະ​ມີ​ການ​ກະທຳ​ເພື່ອ​​ເຮັດ​ໃຫ້ອາຊີ​ປາຊິ​ຝິກ​ກາຍເປັນ​ພາກ​ພື້ນ​ສັນຕິພາບ ພາຍຫຼັງ​ທີ່​ທະຫານ​​ເຮືອ​ສູ້​ຮົບ​ທາງບົກອາ​ເມ​ລິ​ກາ ​ປະມານ​ 200 ຄົນເລີ່​ມ ຜັນ​ຂະຫຍາຍຢູ່ Dauyn (Darwin) ​ແຫ່ງ​ອົດ​ສະ​ຕາ​ລີ. ກ່າວ​ຄວາມ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ບ່າຍ​ວັນ​ທີ 5/4, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫົງ​​ເຫຼີຍ ​​ເນັ້ນ​ໜັກ​ວ່າ, ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ ຄວນ​ຮັບ​ໃຊ້​ຮັບ​ໃຊ້​ຈຸດ​ໝາຍເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ໃນ​ພາກ​ພື້ນ. ຈີນ​ຫວັງ​ວ່າ ບັນດາ​ປະ​ເທດ​ກ່ຽວຂ້ອງ​ຈະມີ​ການ​ປະກອບສ່ວນທີ່​ມີ​ລັກສະນະ​ສ້າງສັນ ​ເພື່ອ​ພັດທະນາ​ອາຊີ​ປາຊິ​ຝິກ​ໃຫ້​ເປັນ​ພາກ​ພື້ນ​ທີ່​ມີ​ຄວາມສາມັກຄື ​ແລະ ​ປອງດອງ​ກັນ.

ຂ່າວ/ບົດ​ອື່ນ