ຈີນ​ຮຽກ​ຮ້ອງ​ໃຫ້ EU ຍົກ​ເລີກ​ຂໍ້​ຈຳ​ກັດ​ຕໍ່​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ສູງ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຈີນ ເຄີອລີເຟິງ ໃຫ້ຮູ້ວ່າ ຈີນ ຫວັງວ່າ ສະຫະພາບເອີລົບ (EU) ຈະຍົກເລີກບັນດາມາດຕະການຈຳກັດສຳລັບຜະລິດຕະພັນເຕັກໂນໂລຢີສູງ ທີ່ສົ່ງໄປຍັງຈີນ.

ຈີນ​ຮຽກ​ຮ້ອງ​ໃຫ້ EU ຍົກ​ເລີກ​ຂໍ້​ຈຳ​ກັດ​ຕໍ່​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ​ສູງ - ảnh 1ທ່ານ ເຄີອລີເຟິງ ຍົກອອກມາທີ່ການໂອ້ລົມສົນທະນາດ້ານເສດຖະກິດ - ການຄ້າ (ພາບ: EPA-EFE)

ຄຳຮຽກຮ້ອງດັ່ງກ່າວໂດຍທ່ານ ເຄີອລີເຟິງ ຍົກອອກມາທີ່ການໂອ້ລົມສົນທະນາດ້ານເສດຖະກິດ - ການຄ້າຂັ້ນສູງ ກັບທ່ານ Valdis Dombrovskis ຮອງປະທານຄະນະກຳມະການເອີລົບ ທັງເປັນກຳມະການຄະນະການຄ້າ EU ຢູ່ປັກກິ່ງໃນວັນທີ 25 ກັນຍາ. ທ່ານໃຫ້ຮູ້ວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນເພື່ອແນໃສ່ຮັກສາ ບັນດາລະບົບສະໜອງໃຫ້ເປັນປົກກະຕິ.

ສ່ວນທ່ານ Dombrovskis ໃຫ້ຮູ້ວ່າ ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໂອ້ລົມສົນທະນາກ່ຽວກັບກົນໄກຢ່າງປອດໄສລະຫວ່າງ EU ແລະ ຈີນ ທີ່ກ່ຽວຂ້ອງເຖິງບັນດາລະບົບສະໜອງວັດຖຸດິບສົ້ນເຂົ້າ. ຕາມທ່ານ Dombrovskisແລ້ວ, ສອງຝ່າຍຈະສ້າງກຸ່ມເຮັດວຽກກ່ຽວກັບການຄຸ້ມຄອງດ້ານການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ