ຈີນແກ້ຄວາມໃຫ້ການເຄື່ອນໄຫວຊ້ອມຮົບການທະຫານຢູ່ທະເລຕາເວັນອອກ

ຈີນແກ້ຄວາມໃຫ້ການເຄື່ອນໄຫວຊ້ອມຮົບການທະຫານຢູ່ທະເລຕາເວັນອອກ - ảnh 1
ກຳ​ປັ່ນ​ຮົບ​ຂອງ​ຈີນ​ໃນ​ການ​ຊ້ອມ​ຮົບ
ພາບ​:internet

(vovworld)- ໂດຍບໍ່​ຫົວ​ຊາ​ຕໍ່​ກາ​ນ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ຫວຽດ​ນາມ ແລະ ຫາງ​ສຽງ​ສາ​ກົນ, ຈີນ ຍັງ​ຄົງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ຢ​່າງ​ຜິດ​ກົດ​ໝາຍ​ຢູ່​ເຂດກວມ​ລວມ​ບັນ​ດາ​ເກາະ, ຫາດ​ດອນ​ຫີນຂຶ້ນ​ກັບ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ ພ້ອມ​ທັງ​ແກ້​ຄວາມ​ໃຫ້​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ດັ່ງ​ກ່າວ. ຈີນ ຖື​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ປະ​ຈຳ​ປີ ແລະ ສອດ​ຄ​ອ່ງ​ກັບ​ຂໍ້​ກຳ​ນົດ​ຂອງ​ສາ​ກົນ. ​ຕາມ​ແຈ້ງ​ການ​ຂອງ​ກົມ​ທະ​ຫານ​ເຮືອ​ຈີນ ແລ້ວ, ການ​ຊ້ອມ​ຮົບ​ດັ່ງ​ກ່າວ​ຂອງ​ຈີນ ແມ່ນ​ດຳ​ເນີນ​ແຕ່​ວັນ​ທີ 22-31/7 ຢູ​່ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ແຂວງ ໄຮ່​ຫ​ນານ ຂອງ​ຈີນ. ອົງ​ການນີ້​ຍັງ​ອອກ​ແຈ້ງ​ການ ຫ້າມ​ກຳ​ປັ່ນ​ບຸກ​ເຂົ້າ​ບັນ​ດາ​ເຂດ​ເດີນ​ທະ​ເລທີ່​ໄດ້​ກຳ​ນົດ​ເພື່ອ​ຈັດ​ຕັ້ງ​ການ​ຊ້ອມ​ຮົບ. ຄວາມ​ຈິງ​ເຂດນີ້​ແມ່ນເຂດກວມ​ລວມ​ບັນ​ດາ​ເກາະ, ຫາດດອນ​ຫີນ​ຂຶ້ນ​ກັບ​ທາງ​ທິດ​ຕາ​ເວັນ​ອອກ​ໝູ່​ເກາະ​ຮ່​ວາງ​ຊາ​ຂອງ​ຫວຽດ​ນາມ. ຕໍ່​ຫນ້າ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ແລະ ຫາງ​ສຽງ​ສາ​ກົນ, ວັນ​ທີ 25/7 ຝ່າຍ​ຈີນ ໄດ້​ອອກ​ສຽງ​ແກ້​ຄວາມ​ໃຫ້​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ດັ່ງ​ກ່າວ ແລະ​ຖື​ວ່າ ການ​ເຄື່ອນ​ໄຫວນີ້​ແມ່ນ​ສອດ​ຄ​ອ່ງ​ກັບ​ຂໍ້​ກຳ​ນົດ​ ແລະ ກົດ​ໝາຍ​ສາ​ກົນ, ສະ​ເຫນີ​ພາຍນອກບໍ່​ຄວນ​​ອອກ​ສຽງ​ຫລາຍ​ເກີນ ພ້ອມ​ທັງ​ຖະ​ແຫລງວ່າ ຈີນ ຍັງ​ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ການ​ຊ້ອມ​ຮົບ​ຄ້າຍ​ຄື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ