ຈະ​ມີ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ສັນ​ຍາ RCEP

(VOVWORLD) - ຕອນເຊົ້າວັນທີ 19 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ແຈ້ງໃຫ້ບັນດາອົງການສື່ມວນຊົນຮັບຊາບກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍ ຂອງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

ຜູ້ຕາງໜ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ການສ້າງ ສັນຍານີ້ຈະສ້າງກາລະໂອກາດເພື່ອພັດທະນາບັນດາ ລະບົບສະໜອງ ໃໝ່ໃນພາກພື້ນ ເຊິ່ງວິສາຫະກິດ ຫວຽດນາມ ຈະມີໂອກາດເຂົ້າຮ່ວມ, ຊ່ວຍສ້າງຕະຫຼາດສົ່ງອອກ ມີສະຖຽນລະພາບແບບຍາວນານ, ມີກາລະໂອກາດກາຍເປັນຈຸດນັດພົບທີ່ເປັນໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ບັນດານັກລົງທຶນສາກົນ ໃນໄລຍະຍາວ. ທ່ານນາງ ຫວຽນເກິມຈາງ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        ຄວາມຈິງແລ້ວ ກາລະໂອກາດຂອງ RCEP ແມ່ນມາຈາກບັນດາຫຼັກການແຈ້ງຕົ້ນກຳເນີດຢູ່ພາຍໃນກຸ່ມ ເມື່ອພວກເຮົາມີການປະສົມພາຍໃນກຸ່ມ. ໃນຂະນະນັ້ນ, ບັນດາປະເທດສະມາຊິກຂອງ RCEP ມີບັນດາປະເທດພວມນຳໃຊ້ວັດຖຸດິບເປັນຈຳນວນຫຼາຍ, ດັ່ງນັ້ນສິນຄ້າຂອງເຮົາຈະຕອບສະໜອງໄດ້ບັນດາມາດຖານແຈ້ງຕົ້ນກຳເນີດຕາມສັນຍາຢ່າງງ່າຍດາຍກ່ວາ ແລະ ສິ່ງນັ້ນຈະຊ່ວຍໃຫ້ສິນຄ້າຂອງ ເຮົາສາມາດໄດ້ຮັບບຸລິມະສິດດ້ານພາສີໄດ້ຢ່າງງ່າຍດາຍກ່ວາອີກ…

        ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ, ຕາມແຜນການກໍ່ຈະມີໂຄງການກະທຳຂອງລັດຖະບານກ່ຽວກັບການຜັນຂະຫຍາຍສັນຍາ RCEP.

ຕອບກັບ

ຂ່າວ/ບົດ​ອື່ນ