ຈຳນວນຄົນເສຍຊີວິດໃນເຫດບຸກໂຈມຕີຢູ່ Kabul ສືບຕໍ່ເພີ່ມຂຶ້ນ

(VOVWORLD) - ຕາມບັນດາຂໍ້ມູນຫຼ້າສຸດ ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ເມສາ, ຈຳນວນຄົນເສຍຊີວິດໃນເຫດວາງລະເບີດສະຫຼະຊີບໂດຍອົງການ “ລັດອິດສະລາມ” (IS) ດຳເນີນຢູ່ນອກສູນຈົດທະບຽນການເລືອກຕັ້ງຢູ່ນະຄອນຫລວງ Kabul ຂອງປະເທດ ອາບການິດສະຖານ ໃນວັນດຽວກັນ
ຈຳນວນຄົນເສຍຊີວິດໃນເຫດບຸກໂຈມຕີຢູ່ Kabul ສືບຕໍ່ເພີ່ມຂຶ້ນ - ảnh 1ຈຳນວນຄົນເສຍຊີວິດໃນເຫດບຸກໂຈມຕີຢູ່ Kabul ສືບຕໍ່ເພີ່ມຂຶ້ນ (ພາບ: Reuters)

ໄດ້ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເຖິງ 57 ຄົນ, ໃນຂະນະນັ້ນ ຈຳນວນຄົນໄດ້ຮັບບາດເຈັບກໍ່ເພີ່ມຂຶ້ນເຖິງ 119 ຄົນ. ບັນດາຜູ້ເສຍຊີວິດລ້ວນແຕ່ແມ່ນສາມັນຊົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍຫລາຍຄົນ. ຜູ້ວາງລະເບີດສະຫຼະຊີບໄດ້ຈູດລະເບີດໃນຂະນະທີ່ເຂົ້າໄປຢືນລຽນແຖວກັບກຸ່ມຄົນພວມຈົດທະບຽນເລືອກຕັ້ງ.

        ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ອອກຖະແຫຼງກ່າວປະນາມຢ່າງແຮງເຫດບຸກໂຈມຕີ ທີ່ໄດ້ຮັບຖືວ່າແມ່ນ ນອງເລືອດທີ່ສຸດໃນບັນດາໂອກາດກະກຽມການເລືອກຕັ້ງ, ພ້ອມທັງ ຢືນຢັນວ່າ ການບຸກໂຈມຕີບໍ່ສາມາດກໍ່ຜົນຮ້າຍຕໍ່ວິວັດທະນາການປະຊາທິປະໄຕຢູ່ປະເທດນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ