ຈຳນວນຄອບຄົວທຸກຍາກຂອງ ຫວຽດນາມ ໄດ້ຫລຸດລົງເກືອບ 38% ໃນ 20 ຜ່ານມາ

ຈຳນວນຄອບຄົວທຸກຍາກຂອງ ຫວຽດນາມ ໄດ້ຫລຸດລົງເກືອບ 38% ໃນ 20 ຜ່ານມາ - ảnh 1
ຈຳນວນຜູ້ທຸກຍາກສ່ວນຫຼາຍແມ່ນຂຶ້ນກັບເຂດພູດອຍ
(ພາບປະກອບ)

(vovworld) – ກອງ​ປະຊຸມ​ລາຍ​ງານ “ຕີ​ລາຄາ​ຄວາມທຸກ​ຍາກຢູ່ ຫວຽດນາມ ​ໃນ​ປີ 2012” ​ໂດຍ​ທະນາຄານ​ໂລກ​ຈັດ​ຕັ້ງ ​ໃນ​ວັນ​ທີ 20/9, ຢູ່​ແຂວງ ທ໋າຍງວຽນ. ຕາມ​ບົດ​ລາຍ​ງານ “ຕີ​ລາຄາ​ຄວາມທຸກ​ຍາກຢູ່ ຫວຽດນາມ ​ໃນ​ປີ 2012” ຂອງ​ທະນາຄານ​ໂລກ ​ໂດຍ​ອີງ​ໃສ່​ມາດຖານ​ທຸກ​ຍາກ​​ໃໝ່​ຂອງ ຫວຽດນາມ (ດ້ວຍ​ລາຍ​ຮັບ 2,25 USD/ຄົນ/ວັນ) ອັດຕາ​ທຸກ​ຍາກ​ຂອງ ຫວຽດນາມ ​ໄດ້​ຫລຸດຈາກ 58% ລົງ​ເຫຼື​ອພຽງ 20% ​ໃນ 20 ປີທີ່ຜ່ານມາ ​ແລະ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ເງື່ອ​ນ​ໄຂ​ດຳລົງ​ຊີວິດ​​ເປັນ​ຢ່າງ​ດີ. ທີ່ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຖື​ວ່າ: ຜົນສຳ​ເລັດ​ຂອງ ຫວຽດນາມ ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ສ້າງ​ການ​ທ້າ​ທາຍ​ໃໝ່. ນັ້ນ​ແມ່ນ​ບັນຫາ​ສຳ​ພັດ​ກັບ​ບັນດາ​ຜູ້​ທຸກ​ຍາກທີ່​ຍັງ​ເຫຼືອ​ຍາກ​, ​ເຂົາ​ເຈົ້າ​ຖືກ​ຕົກ​ເປັນ​ໂດດ​ດຽວ, ຖືກຈຳກັດ​ດ້ານ​ຊັບ​ສົມບັດ, ລະດັບ​ຄວາມ​ຮູ້​ຕຳ່, ສຸຂະພາບ​ອ່ອນ​ເພຍ ​ແລະ ລະດັບ​ຄວາມ​ຄືບ​ໜ້າ​ໃນ​ການ​ຫຸດຜ່ອນ​ຄວາມທຸກ​ຍາກ​ບໍ່​ເໝາະ​ສົມ​ກັບ​ລະ​ດັບ​ເຕີ​ບ​ໂຕ​ເສດຖະກິດ​ກິດ​ອີກ ຍ້ອນ​ການ​ຫັນປ່ຽນ​ຢ່າງ​ວ່ອງ​ໄວ​ກ່ຽວ​ກັບ​ກົນ​ໄກ ​ແລະ ວິວັດ​ການ​ຂ້າມ​ຜ່ານ​ຫັນ​ເປັນພື້ນຖານ​ເສດຖະກິດ​ການ​ຕະຫຼາ​ດຂອງ ຫວຽດນາມ ​ໄດ້​ນຳ​ມາ​ເຊິ່ງບັນດາ​ຮູບ​ແບບ​ພັດທະນາ​ໃໝ່​ກັບ​ການ​ທ້າ​ທາຍ​ໃໝ່​ໃນ​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ.

 

ຂ່າວ/ບົດ​ອື່ນ