ຈຳນວນຊາວອົບພະຍົບເຂົ້າເອີລົບອາດຈະຂຶ້ນເຖິງ1ລ້ານຄົນໃນປີ2016

ຈຳນວນຊາວອົບພະຍົບເຂົ້າເອີລົບອາດຈະຂຶ້ນເຖິງ1ລ້ານຄົນໃນປີ2016 - ảnh 1
ເດັກນ້ອຍອົບພະຍົບ ຫຼິ້ນຢູ່ເຂດຄ້າຍຖາວອນຢູ່ Lebanon.
(ພາບ: northcountrypublicradio.org)

(vovworld) – ລັດຖະບານ ​ເຢຍລະ​ມັນ ຄາດ​ຄະ​ເນ​ວ່າ ຈຳນວນ​ຊາວ​ອົບ​ພະຍົບ​ເຂົ້າ​ເອີ​ລົບ​ໃນ​ປີ 2016 ອາດ​ຈະ​ຂຶ້ນ​ເຖິງ 1 ລ້ານ​ຄົນ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ຊາວ​ອົບ​ພະຍົດ​ສືບ​ຕໍ່​ຊອກ​ວິທີ​ເຂົ້າ ​ເຢຍລະ​ມັນ. ຕົວ​ເລກ​ດັ່ງກ່າວ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ສະຫະພັນ ​ເຢຍລະ​ມັນ Ole Schroder ຍົກ​ອອກ​ມາ​ໃນ​ການ​ພົບ​ປະ​ຢູ່ ບຣຸກ​ແຊນ (ປະ​ເທດ​ແບນ​ຊິກ) ກັບ​ຄູ່​ຕຳ​ແໜ່​ງ ຊູ​​ແອດ, ​ແດນ​ມາກ ​ແລະ ກຳມະການ​ຮັບຜິດຊອບ​ບັນຫາ​ຊາວ​ອົບ​ພະຍົບ ​ເອີ​ລົບ Dimitris Avramopoulos. ທີ່​ການ​ພົບ​ປະ, ທ່ານ Schroder​ ​ໄດ້​ອອກສຽງ​ຕຳ​ໜິຕິ​ຕຽນ​ຄະນະ​ກຳມະການ​ເອີ​ລົບ (EC) ​ເມື່ອ​ບັນດາ​ມາດ​ຕະການ​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​​ແນ​ໃສ່​ຈຳກັດ​ຜູ້​ອົບ​ພະຍົບ​ເຂົ້າ ​ເອີ​ລົບ ມາຮອດ​ຈຸດ​ເວລາ​ນີ້​ບໍ່​ທັນບັນລຸ​ຜົປະສິດທິ​ຜົນ. ປະຈຸ​ບັນ, ​ແຕ່​ລະ​ມື້​ຍັງ​ມີ​ຊາວ​ອົບ​ພະຍົບປະມານ 4.000 ຄົນຈາກ ຕວກ​ກີ ​ເຂົ້າ ​ເກຼັກ ​ເພື່ອ​ໄປ​ຍັງ​ບັນດາ​ປະ​ເທດ ​ເອີ​ລົບ ອື່ນໆ. ບັນດາ​ເຈົ້າ​ໜ້າ​ທີ່​​ຊັ້ນ​ນຳ​ຂອງ EC ​ເນັ້ນ​ໜັກ​ວ່າ: ຮອດ​ກາງ​ປີ 2016, ຕ້ອງ​ຫລຸດ​ຜ່ອນ​ຈຳນວນ​ຊາວ​ອົບ​ພະຍົບ​ເຂົ້າ ອີ​ຢູ ຢ່າງ​​ແຮງ​ຖ້າ​ຫາກ​ຢາກ​ຄຸ້ມ​ຄອງ​ວິ​ກິດ​ການ​ຊາວ​ອົບ​ພະຍົບປະຈຸ​ບັນ.


ຂ່າວ/ບົດ​ອື່ນ