ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເນປານໄດ້ຂຶ້ນເຖິງເກືອບ 7.600 ຄົນ

ຈຳນວນຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວຢູ່ເນປານໄດ້ຂຶ້ນເຖິງເກືອບ 7.600 ຄົນ - ảnh 1
(ພາບປະກອບ: TTXVN)

(vovworld) – ຕາມການ​ສະ​ຖິຕິ​ຄັ້ງ​ຫລ້າ​ສຸດ ​ໂດຍ​ລັດຖະບານ ​ເນ​ປານ ປະກາດ​ໃນ​ວັນ​ທີ 5/5, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວຢູ່ ​ເນ​ປານ ​ທີ່​ມີ​​ແຮງສັ່ນ​ສະ​ເທືອ​ນ 7,8 ຣິດ​ແຕ ​ເມື່ອ​ວັນ​ທີ 25/4 ຜ່ານ​ມາ ​ໄດ້​​ຂຶ້ນ​ເຖິງ 7.566 ຄົນ ​ແລະ ຈຳນວນ​ຄົນຖືກ​ບາດ​ເຈ​ັບ​ແມ່ນກ່ວາ 14.500 ຄົນ. ​ໃນ​ວັນ​ດຽວ​ກັນ, ​ທີ່​ການ​​ປະຊຸມ​​ຂ່າວ​ຢູ່​ນະຄອນຫຼວງ Kathmandu, ໂຄສົກ​ກະຊວງ​​ເຄຫະ​ສະຖານ ​ເນ​ປານ, ທ່ານPrasad Dhakal ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ພາຍຫຼັງບັນດາ​ນັກ​ກູ້​ໄພ​ກູ້​ຊີບ​ໄດ້​ໄປ​ຮອດ​ບັນດາ​ໝູ່​ບ້ານ​ເຂດຫ່າງ​ໄກສອກຫຼີກ ຊຶ່ງ​ແມ່ນ​​ແຫ່ງ​ມີເຮືອນ​ຊານ​ທັງ​ໝົດ​​ຖືກ​ທຳລາຍຍ້ອນ​ແຜ່ນດິນ​ໄຫວ.

ຂ່າວ/ບົດ​ອື່ນ