ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ເພີ່ມຂຶ້ນໃນທົ່ວໂລກ ໃນຮອບເວລາ 24 ຊົ່ວໂມງຜ່ານມາ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 23 ກຸມພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 427,9 ລ້ານຄົນ
ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ເພີ່ມຂຶ້ນໃນທົ່ວໂລກ ໃນຮອບເວລາ 24 ຊົ່ວໂມງຜ່ານມາ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 23 ກຸມພາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 427,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 5,9 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ໃນຈຳນວນ 10 ປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າໝູ່ ແມ່ນມີ 7 ປະເທດຢູ່ພາກພື້ນ ເອີລົບ.

ໄລ່ສະເພາະໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1,6 ລ້ານຄົນ, ໃນນັ້ນ ເຢຍລະມັນ ແມ່ນຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນ ລັດເຊຍ ແລະ ບຣາຊິນ. WHO ໃຫ້ຮູ້ວ່າ, ປະຈຸບັນ ຜູ້ຕິດເຊື້ອໄວຣັດ Omicron ແມ່ນກວມເອົາຫຼາຍທີ່ສຸດ ກວ່າ 99%, ໃນນັ້ນຜູ້ຕິດເຊື້ອໄວຣັດ Delta ກວມເອົາບໍ່ຮອດ 1%.

ຕອບກັບ

ຂ່າວ/ບົດ​ອື່ນ