ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນສູງໃນເຫດເຮືອນຖະຫຼົ່ມຢູ່ ນີເຊເຣຍ

(VOVWORLD) - ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເຖິງ 20 ຄົນ ໃນເຫດເຮືອນ 4 ຊັ້ນພັງຖະຫຼົ່ມ, ໃນນັ້ນມີໂຮງຮຽນປະຖົມ 1 ແຫ່ງ
ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນສູງໃນເຫດເຮືອນຖະຫຼົ່ມຢູ່ ນີເຊເຣຍ - ảnh 1 ພາບ: THX/TTXVN

ວັນທີ 15 ມີນາ, ວົງການເຈົ້າໜ້າທີ່ ນີເຊເຣຍ ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເຖິງ 20 ຄົນ ໃນເຫດເຮືອນ 4 ຊັ້ນພັງຖະຫຼົ່ມ, ໃນນັ້ນມີໂຮງຮຽນປະຖົມ 1 ແຫ່ງ, ເກີດຂຶ້ນກ່ອນນັ້ນມາເປັນເວລາ 3 ວັນ ຢູ່ເຂດ Itafaji, ນະຄອນ Lagos ຂອງປະເທດນີ້. ປະຊາຊົນຢູ່ເຂດນີ້ໃຫ້ຮູ້ວ່າ: ໂຮງຮຽນປະຖົມແຫ່ງດັ່ງກ່າວ ມີນັກຮຽນປະມານ 100 ຄົນ, ແຕ່ບໍ່ເຜີຍແຈ້ງວ່າ ມີເດັກນ້ອຍຈັກຄົນຢູ່ໃນຕຶກນີ້ ໃນຂະນະທີ່ມັນພັງຖະຫຼົ່ມ. ທ່ານ Akinwuni Ambode ຜູ້ວ່າການລັດ Lagos ໃຫ້ຮູ້ວ່າ: ໂຮງຮຽນຫລັງດັ່ງກ່າວໄດ້ສ້າງຕັ້ງຜິດກົດໝາຍ, ໃນຂະນະທີ່ບັນດາຕຶກຢູ່ໃນເຂດນັ້ນແມ່ນໄດ້ຮັບການກວດກາໂຄງປະກອບກ່ອນທີ່ເກີດອຸບັດຕິເຫດ. ປັດຈຸບັນ ກຳລັງເຈົ້າໜ້າທີ່ພວມດຳເນີນການສືບສວນຊອກຫາສາຍເຫດ.

ຕອບກັບ

ຂ່າວ/ບົດ​ອື່ນ