ຈຳ​ນວນ​ເງິນກ່​ວາ 11.000 ຕື້ ດົ່ງ ລົງ​ທຶນ​ເຂົ້າ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ການ​ກະ​ເສດ

(VOVWORLD) -  ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.

ຈຳ​ນວນ​ເງິນກ່​ວາ 11.000 ຕື້ ດົ່ງ ລົງ​ທຶນ​ເຂົ້າ​ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ການ​ກະ​ເສດ - ảnh 1 ພາບປະກອບ: ບໍລິສັດ ຜະລິດ ແລະ ດຳເນີນທຸລະກິດ ວຽດຮຶງ ຈຳກັດ , ຕາແສງ ຮ່ວາຍເຕິນ, ເມືອງ ຮ່ວາຍເຍີນປຸງແຕ່ງ ໝາກມ່ວງຫິມະພານເພື່ອສົ່ງອອກ (ພາບ: TTXVN)

ດ້ວຍການກະທົບຂອງ ບັນດານະໂຍບາຍສົງເສີມການລົງທຶນເຂົ້າຂະແໜງກະສິກຳ, ຊົນນະບົດ; ຂະແໜງອຸດສາຫະກຳການປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດ ຫວຽດນາມ ໄດ້ຮັບການຍົກສູງກຳລັງຄວາມສາມາດ ເທື່ອລະກ້າວ. ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.

        ນັບແຕ່ປີ 2018 ມາຮອດປັດຈຸບັນ, ຍອດເງິນລົງທຶນກ່ວາ 20.000 ຕື້ດົ່ງ ໄດ້ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນກະເສດດ້ວຍ 30 ໂຄງການໄດ້ດຳເນີນການເຄື່ອນໄຫວ ແລະ ພວມໄດ້ຜັນຂະຫຍາຍໃນທົ່ວປະເທດ. ເມື່ອບັນດາໂຄງການນີ້ສຳເລັດ ແລະ ນຳເຂົ້າການເຄື່ອນໄຫວຈະສ້າງບາດກ້າວບຸກທະລຸກ່ຽວກັບການປຸງແຕ່ງເພື່ອສົງອອກຜະລິດຕະພັນກະເສດ. ຈາກນັ້ນ, ຊ່ວຍຍົກສູງຄຸນນະພາບ, ຮູບແບບ ແລະ ບັນດາປະເພດຜະລິດຕະພັນກະເສດມີຄວາມເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນຈຳໜ່າຍຜະລິດຕະພັນ ກະເສດໃຫ້ແກ່ຊາວກະສິກອນ.

ຕອບກັບ

ຂ່າວ/ບົດ​ອື່ນ