ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ

(VOVWORLD) - ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020.
ຈຳ​ນວນເງິນ​ຂອງ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ສົ່ງ​ມາ​ຫວຽດ​ນາມ ສືບ​ຕໍ່​ເພີ່ມ​ຂຶ້ນ - ảnh 1

(ພາບປະກອບ: ໜັງສືພິມການລົງທຶນ)

   ຕາມຕົວເລກໂດຍທະນາຄານແຫ່ງລັດປະກາດ, ກະແສງເງິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຝາກມາຫວຽດນາມ ປີ 2021 ບັນລຸກ່ວາ 12 ຕື້ USD, ເພີ່ມ 10% ເມື່ອທຽບກັບປີ 2020. ຜົນກະທົບຈາກໂລກລະບາດໂຄວິດ 19 ເຮັດໃຫ້ເສດຖະກິດຂອງຫຼາຍປະເທດປະສົບກັບຄວາມຫຍຸ້ງຍາກ ແຕ່ ຫວຽດນາມ ຍັງແມ່ນໜຶ່ງໃນບັນດາປະເທດໄດ້ຮັບຈຳນວນເງິນຂອງຊາວຫວຽດນາມ ອາໄສຕ່າງປະເທດຫຼາຍໃນປີ 2021 ທີ່ຜ່ານມາ.

   ຕາມບັນດາຜູ້ຊ່ຽວຊານແລ້ວ, ຈຳນວນເງິນຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນເພີ່ມແຫຼ່ງເງິນຕາຕ່າງປະເທດຢູ່ພາຍໃນປະເທດ ແລະ ຊ່ວຍອັດຕາແລກປ່ຽນເງິນໂດລາສະຫະລັດ ແລະ ເງິນດົ່ງຫວຽດນາມ ໄດ້ຮັກສາເປັນປົກກະຕິ. ທ່ານ ເກິນວັນລຶກ, ຜູ້ຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ: ໃນສະພາບເສດຖະກິດໂລກພວມມີການຟື້ນຟູຢ່າງຕັ້ງໜ້າ, ປຊຊ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກໍ່ກັບຄືນມີແຫຼ່ງລາຍຮັບເປັນປົກກະຕິ. ນອກຈາກນັ້ນແລ້ວ, ຢູ່ພາຍໃນປະເທດກໍ່ມີຫຼາຍໂຄງການລົງທຶນທີ່ດຶງດູດໃຈ ແລະ ຜ່ານນັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີຄວາມປາດຖະໜາຢາກສົ່ງເງິນມາຊ່ວຍຄອບຄົວ, ທັງສາມາດລົງທຶນເພື່ອຮັບກຳໄລ. ຜູ້ຕາງໜ້າທະນາຄານແຫ່ງລັດໃຫ້ຮູ້ວ່າ, ກະແສເງິນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດສ່ວນຫຼາຍ ຝາກມາຫວຽດນາມ ແມ່ນຜ່ານບັນດາອົງການສິນເຊື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ