ຈຳນວນເປົ້າໝາຍຊາວອິດສະລາມຫົວຮຸນແຮງເພີ່ມຂຶ້ນລະດັບສະຖິຕິຢູ່ເຢັຍລະມັນ

ຈຳນວນເປົ້າໝາຍຊາວອິດສະລາມຫົວຮຸນແຮງເພີ່ມຂຶ້ນລະດັບສະຖິຕິຢູ່ເຢັຍລະມັນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 10/9, ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສະຫະພັນ​ເຢັຍລະ​ມັນ Thomas de Maiziere ​ໃຫ້​ຮູ້​ວ່າ, ຈຳນວນ​ເປົ້າ​ໝາຍ​ຊາວ​ອິດສະ​ລາມ​ຫົວ​ຮຸນ​ແຮງທີ່​ອັນຕະລາຍ​ຢູ່​ປະ​ເທດ​ນີ້​ພວມ​ເພີ່ມ​ຂຶ້ນ​ລະດັບ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ. ທ່ານ​ຍັງ​ຮູ້​ວ່າ, ປະຈຸ​ບັນ, ​ເຢັຍລະ​ມັນ​ມີ 520 ຄົນ​ສາມາດ​ປະຕິບັດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້ານ​ພາຍ​ໃນ​ປະ​ເທດ. ຄຽງ​ຂ້າງ​ນັ້ນ, ຍັງ​ມີ 360 ຄົນ​ທີ່​ກ່ຽວຂ້ອງ​ເຖິງ​ພວກ​ກໍ່​ການ​ຮ້າຍ​ດັ່ງກ່າວ. ຊາວ ​ເຢັຍລະ​ມັນ​ຫຼາຍ​ຄົນ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ບັນດາ​ເປົ້າ​ໝາຍ​ທີ່​ຂຶ້ນ​ກັບ​ອົງການ​ຮ້າຍ “ລັດ​ອິດສະ​ລາມ“ (IS) ​ໄດ້​​ຮ່ວມກັບ​ຂະ​ບວນຊາວ​ອົບ​ປະຍົບ 1 ລ້ານ​ກວ່າ​ຄົນ​ເຂົ້າ​ປະ​ເທດ​ນີ້​ໃນ​ປີ 2015 ທ່ານ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ສະຫະພັນ​ເຢັຍລະ​ມັນ Thomas de Maiziere ​ຢືນຢັນ​ວ່າ, ​ເຢັຍລະ​ມັນ​ພວມ​ມານະ​ພະຍາຍາມ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຕິດຕາມ​ບັນດາ​ເປົ້າ​ໝາຍ​ກໍ່​ການ​ຮ້າຍ ​ແລະ ກະກຽມ​​ໃຫ້​ແກ່​ການຜັນ​ຂະຫຍາຍ​ກຳ​ລັງ​ທັບ​ສະຫະພັນຢູ່​ຕາມ​ຖະໜົນ.

ຂ່າວ/ບົດ​ອື່ນ